ແຊກຖັນ
ແຊກຖັນໜຶ່ງ ຫຼື ຫຼາຍຖັນເຂົ້າໃນຕາຕະລາງ, ຖັດຈາກສ່ວນທີ່ເລືອກ. ທ່ານສາມາດແຊກຫຼາຍຖັນພ້ອມກັນໄດ້ໂດຍການເປີດກ່ອງໂຕ້ຕອບ (ເລືອກ ຕາຕະລາງ - ແຊກ - ຖັນ), ຫຼື ໂດຍການເລືອກຫຼາຍຖັນກ່ອນທີ່ຈະກົດໄອຄອນ. ຖ້າໃຊ້ວິທີຫຼັງນີ້, ຖັນທີ່ແຊກເຂົ້າມາຈະມີຄວາມກວ້າງທີ່ສົມທຽບເທົ່າກັບຖັນທີ່ເລືອກໄວ້.