ການຊ່ວຍເຫຼືອ LibreOffice 26.2
ຊ່ວຍໃຫ້ເຂົ້າເຖິງຄຸນສົມບັດ ແລະ ຄຳສັ່ງຂອງຫົວເຈ້ຍ ຫຼື ທ້າຍເຈ້ຍ ຂອງເອກະສານຂໍ້ຄວາມໄດ້ຢ່າງວ່ອງໄວ.
ຄຳສັ່ງທັງໝົດຈະຖືກນຳໃຊ້ກັບຮູບແບບໜ້າປັດຈຸບັນ.
ເປີດໃຊ້ງານຫົວເຈ້ຍ ຫຼື ທ້າຍເຈ້ຍ ຂອງຮູບແບບໜ້າປັດຈຸບັນ, ເອົາເມົາສ໌ໄປຈໍ່ໄວ້ເທິງຫົວເຈ້ຍ ຫຼື ທ້າຍເຈ້ຍ ແລ້ວເລືອກຄຳສັ່ງຈາກເມນູແບບເລື່ອນລົງ.
ເປີດປ່ອງຢ້ຽມໂຕ້ຕອບ ຫົວເຈ້ຍຮູບແບບໜ້າ (ທ້າຍເຈ້ຍຮູບແບບໜ້າ) ສຳລັບຮູບແບບໜ້າປັດຈຸບັນ.
ເປີດປ່ອງຢ້ຽມໂຕ້ຕອບ ເສັ້ນຂອບ / ພື້ນຫຼັງ ຂອງຫົວເຈ້ຍ ຫຼື ທ້າຍເຈ້ຍ ເພື່ອຕັ້ງຄ່າເສັ້ນຂອບ, ພື້ນທີ່ ແລະ ຄວາມໂປ່ງໃສ.
ລຶບຫົວເຈ້ຍ (ທ້າຍເຈ້ຍ) ຂອງຮູບແບບໜ້າປັດຈຸບັນ.
ແຊກເລກໜ້າ. ຮູບແບບຂອງເລກໜ້າແມ່ນຖືກກຳນົດໄວ້ໃນຮູບແບບໜ້າ.
ແຊກຈຳນວນໜ້າທັງໝົດຂອງເອກະສານປັດຈຸບັນ.
ແຊກຈຳນວນໜ້າໃນຊ່ວງການໃສ່ລຳດັບເລກໜ້າ.