ການລ້ອມຂໍ້ຄວາມ

ກຳນົດວິທີທີ່ທ່ານຕ້ອງການໃຫ້ຂໍ້ຄວາມລ້ອມຮອບວັດຖຸ. ທ່ານຍັງສາມາດກຳນົດໄລຍະຫ່າງລະຫວ່າງຂໍ້ຄວາມ ແລະ ວັດຖຸໄດ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຮູບແບບ - ການລ້ອມຂໍ້ຄວາມ.

ເລືອກແຖບ ຮູບແບບ - ຮູບພາບ - ຄຸນສົມບັດ - ການລ້ອມຂໍ້ຄວາມ.

ເລືອກແຖບ ຮູບແບບ - ກອບ ແລະ ວັດຖຸ - ຄຸນສົມບັດ - ການລ້ອມຂໍ້ຄວາມ.

ເລືອກແຖບ ແຊກ - ກອບ - ກອບ - ການລ້ອມຂໍ້ຄວາມ.

ເລືອກແຖບ ຮູບແບບ - ການລ້ອມຂໍ້ຄວາມ - ແກ້ໄຂ - ການລ້ອມຂໍ້ຄວາມ.

ຈາກເມນູບໍລິບົດ:

ເລືອກ ການລ້ອມຂໍ້ຄວາມ.

ເລືອກແຖບ ການລ້ອມຂໍ້ຄວາມ - ແກ້ໄຂ - ການລ້ອມຂໍ້ຄວາມ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກແຖບ ຮູບພາບ - ການລ້ອມຂໍ້ຄວາມ.

ຈາກແຖບຂ້າງ:

ໃນແຜງ ຄຸນສົມບັດ, ເເລືອກແຖບ ການລ້ອມຂໍ້ຄວາມ.


ໄອຄອນ ເຄັດລັບ

ເພື່ອລ້ອມຂໍ້ຄວາມອ້ອມຕາຕະລາງ, ໃຫ້ວາງຕາຕະລາງໄວ້ໃນເຟຣມ, ແລ້ວລ້ອມຂໍ້ຄວາມອ້ອມເຟຣມນັ້ນ.


ການຕັ້ງຄ່າ

ບໍ່ມີ

ວາງວັດຖຸໄວ້ໃນແຖວແຍກຕ່າງຫາກໃນເອກະສານ. ຂໍ້ຄວາມໃນເອກະສານຈະປະກົດຂຶ້ນຢູ່ເທິງ ແລະ ລຸ່ມວັດຖຸ, ແຕ່ບໍ່ປະກົດຢູ່ດ້ານຂ້າງຂອງວັດຖຸ.

ໄອຄອນ ບໍ່ມີ

ບໍ່ມີ

ກ່ອນໜ້າ

ລ້ອມຂໍ້ຄວາມຢູ່ເບື້ອງຊ້າຍຂອງວັດຖຸຖ້າມີຊ່ອງວ່າງພຽງພໍ.

ໄອຄອນ ກ່ອນໜ້າ

ກ່ອນໜ້າ

ຫຼັງຈາກ

ລ້ອມຂໍ້ຄວາມຢູ່ເບື້ອງຂວາຂອງວັດຖຸຖ້າມີຊ່ອງວ່າງພຽງພໍ.

ໄອຄອນ ຫຼັງຈາກ

ຫຼັງຈາກ

ຂະໜານ

ລ້ອມຂໍ້ຄວາມທັງສີ່ດ້ານຂອງຂອບເຟຣມຂອງວັດຖຸ.

ໄອຄອນ ຂະໜານ

ຂະໜານ

ຜ່ານ

ວາງວັດຖຸໄວ້ທາງໜ້າຂໍ້ຄວາມ.

ໄອຄອນ ຜ່ານ

ຜ່ານ

ເໝາະສົມທີ່ສຸດ

ລ້ອມຂໍ້ຄວາມໄປທາງຊ້າຍ, ທາງຂວາ, ຫຼື ທັງສີ່ດ້ານຂອງຂອບເຟຣມຂອງວັດຖຸໂດຍອັດຕະໂນມັດ. ຖ້າໄລຍະຫ່າງລະຫວ່າງວັດຖຸ ແລະ ຂອບໜ້ານ້ອຍກວ່າ 2 ຊມ, ຂໍ້ຄວາມຈະບໍ່ຖືກລ້ອມ.

ໄອຄອນ ເໝາະສົມທີ່ສຸດ

ເໝາະສົມທີ່ສຸດ

ຕົວເລືອກ

ກຳນົດຕົວເລືອກການລ້ອມຂໍ້ຄວາມ.

ຫຍໍ້ໜ້າທຳອິດ

ເລີ່ມຫຍໍ້ໜ້າໃໝ່ຢູ່ລຸ່ມວັດຖຸຫຼັງຈາກທີ່ທ່ານກົດ Enter. ໄລຍະຫ່າງລະຫວ່າງຫຍໍ້ໜ້າຈະຖືກກຳນົດໂດຍຂະໜາດຂອງວັດຖຸ.

ໃນພື້ນຫຼັງ

ຍ້າຍວັດຖຸທີ່ເລືອກໄປໄວ້ໃນພື້ນຫຼັງ. ຕົວເລືອກນີ້ຈະມີໃຫ້ໃຊ້ກໍຕໍ່ເມື່ອທ່ານເລືອກປະເພດການລ້ອມແບບ ຜ່ານ ເທົ່ານັ້ນ.

ຂອບຮູບຮ່າງ (Contour)

ລ້ອມຂໍ້ຄວາມຕາມຮູບຮ່າງຂອງວັດຖຸ. ຕົວເລືອກນີ້ບໍ່ມີໃຫ້ໃຊ້ສຳລັບປະເພດການລ້ອມແບບ ຜ່ານ, ຫຼື ສຳລັບເຟຣມ. ເພື່ອປ່ຽນຂອບຮູບຮ່າງຂອງວັດຖຸ, ໃຫ້ເລືອກວັດຖຸ, ແລ້ວເລືອກ ຮູບແບບ - ການລ້ອມຂໍ້ຄວາມ - ແກ້ໄຂຂອບຮູບຮ່າງ.

ສະເພາະດ້ານນອກ

ລ້ອມຂໍ້ຄວາມສະເພາະອ້ອມຂອບຮູບຮ່າງຂອງວັດຖຸເທົ່ານັ້ນ, ແຕ່ບໍ່ລ້ອມໃນບໍລິເວນທີ່ວ່າງພາຍໃນຮູບຮ່າງຂອງວັດຖຸ. ຕົວເລືອກນີ້ບໍ່ມີໃຫ້ໃຊ້ສຳລັບເຟຣມ.

ອະນຸຍາດໃຫ້ວາງຊ້ອນກັນ

ກຳນົດວ່າຈະອະນຸຍາດໃຫ້ວັດຖຸວາງຊ້ອນກັນກັບວັດຖຸອື່ນໄດ້ຫຼືບໍ່. ຕົວເລືອກນີ້ບໍ່ມີຜົນຕໍ່ວັດຖຸທີ່ຕັ້ງຄ່າການລ້ອມແບບຜ່ານ ເຊິ່ງສາມາດວາງຊ້ອນກັນໄດ້ສະເໝີ.

ຊ່ອງວ່າງ

ກຳນົດຈຳນວນໄລຍະຫ່າງທີ່ຈະເຫຼືອໄວ້ລະຫວ່າງວັດຖຸທີ່ເລືອກ ແລະ ຂໍ້ຄວາມ.

ຊ້າຍ

ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການລະຫວ່າງຂອບຊ້າຍຂອງວັດຖຸ ແລະ ຂໍ້ຄວາມ.

ຂວາ

ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການລະຫວ່າງຂອບຂວາຂອງວັດຖຸ ແລະ ຂໍ້ຄວາມ.

ເທິງ

ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການລະຫວ່າງຂອບເທິງຂອງວັດຖຸ ແລະ ຂໍ້ຄວາມ.

ລຸ່ມ

ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການລະຫວ່າງຂອບລຸ່ມຂອງວັດຖຸ ແລະ ຂໍ້ຄວາມ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!