ການຊ່ວຍເຫຼືອ LibreOffice 26.2
ປ່ຽນແຫຼ່ງຂໍ້ມູນສຳລັບເອກະສານປັດຈຸບັນ. ເພື່ອໃຫ້ສະແດງເນື້ອໃນຂອງຟິວທີ່ແຊກໄວ້ໄດ້ຢ່າງຖືກຕ້ອງ, ຖານຂໍ້ມູນທີ່ຈະນຳມາປ່ຽນແທນຕ້ອງມີຊື່ຟິວທີ່ຄືກັນ.
ຕົວຢ່າງ, ຖ້າທ່ານແຊກຟິວທີ່ຢູ່ລົງໃນຈົດໝາຍວຽນຈາກຖານຂໍ້ມູນທີ່ຢູ່, ທ່ານສາມາດແລກປ່ຽນຖານຂໍ້ມູນນັ້ນກັບຖານຂໍ້ມູນທີ່ື່ອື່ນ ເພື່ອແຊກທີ່ຢູ່ທີ່ແຕກຕ່າງກັນໄດ້.
ທ່ານສາມາດປ່ຽນຖານຂໍ້ມູນໄດ້ເທື່ອລະອັນເທົ່ານັ້ນໃນປ່ອງຢ້ຽມນີ້.
ສະແດງລາຍຊື່ຖານຂໍ້ມູນທີ່ກຳລັງໃຊ້ຢູ່ໃນປັດຈຸບັນ. ເອກະສານປັດຈຸບັນມີຢ່າງໜ້ອຍໜຶ່ງຟິວຂໍ້ມູນຈາກແຕ່ລະຖານຂໍ້ມູນໃນລາຍຊື່ນີ້.
ສະແດງລາຍຊື່ຖານຂໍ້ມູນທີ່ໄດ້ລົງທະບຽນໄວ້ໃນ LibreOffice.
ເປີດປ່ອງຢ້ຽມ ເປີດ ເພື່ອເລືອກໄຟລ໌ຖານຂໍ້ມູນ (*.odb). ໄຟລ໌ທີ່ເລືອກຈະຖືກເພີ່ມເຂົ້າໃນລາຍຊື່ ຖານຂໍ້ມູນທີ່ມີຢູ່.
ປ່ຽນແຫຼ່ງຂໍ້ມູນປັດຈຸບັນດ້ວຍແຫຼ່ງຂໍ້ມູນທີ່ທ່ານເລືອກໃນລາຍຊື່ ຖານຂໍ້ມູນທີ່ມີຢູ່ .
ກວດສອບໃຫ້ແນ່ໃຈວ່າຖານຂໍ້ມູນທັງສອງມີຊື່ຟິວ ແລະ ປະເພດຟິວທີ່ກົງກັນ.
ຄລິກໃນເອກະສານທີ່ທ່ານຕ້ອງການປ່ຽນແຫຼ່ງຂໍ້ມູນ.
ເລືອກ .
ໃນລາຍຊື່ ຖານຂໍ້ມູນທີ່ກຳລັງໃຊ້, ໃຫ້ເລືອກຕາຕະລາງຖານຂໍ້ມູນທີ່ທ່ານຕ້ອງການປ່ຽນແທນ.
ໃນລາຍຊື່ ຖານຂໍ້ມູນທີ່ມີຢູ່, ໃຫ້ເລືອກຕາຕະລາງຖານຂໍ້ມູນທີ່ຈະນຳມາປ່ຽນແທນ.
ຄລິກ ກຳນົດ.