ລາຍການ (ສາລະບານ)

ລະບຸຮູບແບບຂອງລາຍການໃນສາລະບານ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກແທັບ ແຊກ - ສານບານ ແລະ ດັດສະນີ - ສານບານ, ດັດສະນີ ຫຼື ບັນນານຸກົມ - ລາຍການ (ເມື່ອເລືອກປະເພດເປັນສານບານ)


ລະດັບ

ເລືອກລະດັບທີ່ທ່ານຕ້ອງການກຳນົດ.

ໂຄງສ້າງ ແລະ ການຈັດຮູບແບບ

ແຖວ ໂຄງສ້າງ ກຳນົດວ່າລາຍການໃນດັດຊະນີຈະປະກອບເຂົ້າກັນແນວໃດ. ເພື່ອປ່ຽນຮູບລັກສະນະຂອງລາຍການ, ທ່ານສາມາດປ້ອນລະຫັດ ຫຼື ຂໍ້ຄວາມລົງໃນຊ່ອງຫວ່າງໃນແຖວນີ້. ທ່ານຍັງສາມາດຄລິກໃນຊ່ອງຫວ່າງ ຫຼື ທີ່ລະຫັດ, ແລ້ວຄລິກປຸ່ມລະຫັດ.

ການໃສ່ເລກລຳດັບ (N#)

ແຊກເລກລຳດັບຫົວຂໍ້ ຫຼື ເລກລຳດັບລາຍການ. ເພື່ອເປີດໃຊ້ການໃສ່ເລກຫົວຂໍ້, ໃຫ້ເລືອກ ເຄື່ອງມື - ການໃສ່ເລກລຳດັບຫົວຂໍ້.

ຂໍ້ຄວາມລາຍການ (E)

ແຊກຂໍ້ຄວາມຂອງລາຍການທີ່ເລືອກ.

ຕຳແໜ່ງແທັບ (T)

ແຊກຕຳແໜ່ງຢຸດແທັບ. ເພື່ອເພີ່ມຈຸດນຳໄປຫາແທັບ, ໃຫ້ເລືອກຕົວອັກສອນໃນ ຊ່ອງຕົວອັກສອນເຕີມເຕັມ. ເພື່ອປ່ຽນຕຳແໜ່ງແທັບ, ໃຫ້ປ້ອນຄ່າໃນຊ່ອງ ຕຳແໜ່ງແທັບ, ຫຼື ເລືອກຊ່ອງ ຈັດວາງເບື້ອງຂວາ.

ເລກໜ້າ (#)

ແຊກເລກໜ້າຂອງລາຍການ.

ໄຮເປີລິງ (LS ແລະ LE)

ສ້າງໄຮເປີລິງສຳລັບສ່ວນຂອງລາຍການທີ່ທ່ານຫຸ້ມດ້ວຍແທັກໄຮເປີລິງເປີດ (LS) ແລະ ປິດ (LE). ໃນແຖວ ໂຄງສ້າງ , ໃຫ້ຄລິກໃນຊ່ອງຫວ່າງທາງໜ້າສ່ວນທີ່ທ່ານຕ້ອງການສ້າງໄຮເປີລິງ, ແລ້ວຄລິກປຸ່ມນີ້. ຄລິກໃນຊ່ອງຫວ່າງຫຼັງສ່ວນທີ່ທ່ານຕ້ອງການເຮັດໄຮເປີລິງ, ແລ້ວຄລິກປຸ່ມນີ້ອີກຄັ້ງ. ໄຮເປີລິງທັງໝົດຕ້ອງບໍ່ຊ້ຳກັນ.

ທັງໝົດ

ນຳໃຊ້ການຕັ້ງຄ່າປັດຈຸບັນກັບທຸກລະດັບໂດຍບໍ່ຕ້ອງປິດປ່ອງຢ້ຽມ.

ຮູບແບບຕົວອັກສອນ

ລະບຸຮູບແບບຕົວອັກສອນສຳລັບໄອຄອນທີ່ເລືອກໃນ ໂຄງສ້າງ.

ແກ້ໄຂ

ເປີດປ່ອງຢ້ຽມທີ່ທ່ານສາມາດແກ້ໄຂຮູບແບບຕົວອັກສອນທີ່ເລືອກ.

ໄອຄອນ ບັນທຶກ

ສາມຕົວເລືອກຕໍ່ໄປນີ້ຈະມີໃຫ້ເມື່ອເລືອກໄອຄອນ T.


ຕົວອັກສອນເຕີມເຕັມ

ເລືອກຕົວອັກສອນນຳແທັບທີ່ທ່ານຕ້ອງການໃຊ້.

ຕຳແໜ່ງຢຸດແທັບ

ປ້ອນໄລຍະຫ່າງລະຫວ່າງຂອບໜ້າເບື້ອງຊ້າຍ ແລະ ຕຳແໜ່ງຢຸດແທັບ.

ຈັດວາງເບື້ອງຂວາ

ຈັດວາງຕຳແໜ່ງຢຸດແທັບໃຫ້ກົງກັບຂອບໜ້າເບື້ອງຂວາ.

ໄອຄອນ ບັນທຶກ

ສອງຕົວເລືອກຕໍ່ໄປນີ້ຈະມີໃຫ້ເມື່ອເລືອກໄອຄອນ N#.


ຮູບແບບ

ຈະສະແດງໃຫ້ເຫັນເມື່ອທ່ານຄລິກປຸ່ມ N# ໃນແຖວໂຄງສ້າງເທົ່ານັ້ນ. ເລືອກເພື່ອສະແດງເລກຫົວຂໍ້ແບບມີ ຫຼື ບໍ່ມີຕົວແບ່ງ.

ສະແດງເຖິງລະດັບ

ປ້ອນຈຳນວນລະດັບສູງສຸດທີ່ຈະສະແດງຂອງເລກຫົວຂໍ້. ຕົວຢ່າງ, ເລືອກ “3” ເພື່ອສະແດງເຖິງສາມລະດັບ. ຖ້າເລກຫົວຂໍ້ມີໜ້ອຍກວ່າສາມລະດັບ, ກໍຈະສະແດງຈຳນວນລະດັບຕົວຈິງ.

ຮູບແບບ

ຕຳແໜ່ງແທັບທຽບກັບການຍໍ້ໜ້າຂອງຮູບແບບຫຍໍ້ໜ້າ

ວາງຕຳແໜ່ງແທັບທຽບກັບຄ່າ "ຍໍ້ໜ້າຈາກເບື້ອງຊ້າຍ" ທີ່ກຳນົດໄວ້ໃນຮູບແບບຫຍໍ້ໜ້າທີ່ເລືອກໃນແຖບ ຮູບແບບ. ຖ້າບໍ່ດັ່ງນັ້ນ, ຕຳແໜ່ງແທັບຈະຖືກວາງທຽບກັບຂອບຂໍ້ຄວາມເບື້ອງຊ້າຍ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!