ການຊ່ວຍເຫຼືອ LibreOffice 26.2
ສະແດງ ຫຼື ຊ້ອນຫຍໍ້ໜ້າທີ່ຊ້ອນຢູ່. ຕົວເລືອກນີ້ຈະມີຜົນຕໍ່ການສະແດງຜົນໃນໜ້າຈໍຂອງຫຍໍ້ໜ້າທີ່ຊ້ອນຢູ່ເທົ່ານັ້ນ, ບໍ່ມີຜົນຕໍ່ການພິມຫຍໍ້ໜ້າທີ່ຊ້ອນຢູ່ນັ້ນອອກມາ.
ເພື່ອເປີດນຳໃຊ້ຄຸນສົມບັດນີ້, ເລືອກ - LibreOffice Writer - ມຸມມອງ, ແລະ ໃຫ້ແນ່ໃຈວ່າກ່ອງໝາຍ ຫຍໍ້ໜ້າທີ່ຖືກເຊື່ອງໄວ້ ໃນສ່ວນ ສະແດງຊ່ອງຂໍ້ມູນ ແມ່ນຖືກເລືອກໄວ້ແລ້ວ.
ໃຊ້ ຄຳສັ່ງຟິວ "ຫຍໍ້ໜ້າທີ່ຊ້ອນຢູ່" ເພື່ອກຳນົດ ເງື່ອນໄຂ ທີ່ຕ້ອງກົງກັນເພື່ອຊ້ອນຫຍໍ້ໜ້າ. ຖ້າເງື່ອນໄຂບໍ່ກົງກັນ, ຫຍໍ້ໜ້າຈະຖືກສະແດງ.
ເມື່ອທ່ານຊ້ອນຫຍໍ້ໜ້າໃດໜຶ່ງ, ເຊິງອັດ ແລະ ກອບທີ່ຖືກຍຶດຕິດກັບຕົວອັກສອນໃນຫຍໍ້ໜ້ານັ້ນກໍຈະຖືກຊ້ອນໄປນຳ.