ການຊ່ວຍເຫຼືອ LibreOffice 26.2
ແກ້ໄຂຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດທີ່ເລືອກ. ຄລິກທາງໜ້າຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ແລ້ວເລືອກຄຳສັ່ງນີ້.
ເພື່ອແກ້ໄຂຂໍ້ຄວາມຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ໃຫ້ຄລິກໃນພື້ນທີ່ເຊິງອັດຢູ່ດ້ານລຸ່ມຂອງໜ້າ, ຫຼື ຢູ່ຕອນທ້າຍຂອງເອກະສານ.
ເພື່ອໂດດໄປຫາຂໍ້ຄວາມເຊິງອັດ ຫຼື ໝາຍເຫດທ້າຍບົດຢ່າງວ່ອງໄວ, ໃຫ້ຄລິກທີ່ຈຸດຢຶດຂອງໝາຍເຫດໃນເອກະສານ. ທ່ານຍັງສາມາດວາງເຄີເຊີໄວ້ທາງໜ້າ ຫຼື ທາງຫຼັງເຄື່ອງໝາຍ, ແລ້ວກົດ CommandCtrl+Shift+PgDn. ເພື່ອໂດດກັບຄືນໄປຫາຈຸດຢຶດຂອງໝາຍເຫດ, ໃຫ້ກົດ PgUp.
ເລືອກປະເພດລຳດັບຕົວເລກສຳລັບເຊິງອັດ ຫຼື ໝາຍເຫດທ້າຍບົດ.
ເພື່ອປ່ຽນຮູບແບບຂອງຈຸດຢຶດ ຫຼື ຂໍ້ຄວາມຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ, ໃຫ້ເລືອກມັນ, ແລ້ວເລືອກ . ທ່ານສາມາດກົດ Command+TF11 ເພື່ອເປີດໜ້າຕ່າງ ຮູບແບບ ແລະ ປ່ຽນແປງຮູບແບບວັກຂອງເຊິງອັດ ຫຼື ໝາຍເຫດທ້າຍບົດ.
ເລືອກປະເພດຂອງໝາຍເຫດທີ່ຈະແຊກ, ນັ້ນຄື ເຊິງອັດ ຫຼື ໝາຍເຫດທ້າຍບົດ. ເຊິງອັດຈະຖືກວາງໄວ້ທາງລຸ່ມຂອງໜ້າປັດຈຸບັນ, ໃນຂະນະທີ່ໝາຍເຫດທ້າຍບົດຈະຖືກວາງໄວ້ຕອນທ້າຍຂອງເອກະສານ.
ແປງໝາຍເຫດທ້າຍບົດເປັນເຊິງອັດ.
ແປງເຊິງອັດເປັນໝາຍເຫດທ້າຍບົດ.
ຍ້າຍໄປຫາຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດກ່ອນໜ້າໃນເອກະສານ.
ເຊິງອັດກ່ອນໜ້າ
ຍ້າຍໄປຫາຈຸດຢຶດເຊິງອັດ ຫຼື ໝາຍເຫດທ້າຍບົດຖັດໄປໃນເອກະສານ.
ເຊິງອັດຖັດໄປ