ການປ່ຽນແປງຄຸນລັກສະນະເລີ່ມຕົ້ນ

ສາມາດປັບປ່ຽນຮູບແບບເລີ່ມຕົ້ນໃນ LibreOffice Math ໄດ້ຫຼືບໍ່?

ບາງສ່ວນຂອງສູດຈະຖືກຈັດຮູບແບບເປັນຕົວໜາ ຫຼື ຕົວເນີ້ງສະເໝີໂດຍຄ່າເລີ່ມຕົ້ນ.

ທ່ານສາມາດເອົາຄຸນລັກສະນະເຫຼົ່ານີ້ອອກໄດ້ໂດຍໃຊ້ "nbold" ແລະ "nitalic". ຕົວຢ່າງ:

a + b

nitalic a + bold b.

ໃນສູດທີສອງ, ຕົວ a ບໍ່ແມ່ນຕົວເນີ້ງ. ຕົວ b ແມ່ນຕົວໜາ. ທ່ານບໍ່ສາມາດປ່ຽນເຄື່ອງໝາຍບວກດ້ວຍວິທີນີ້ໄດ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!