ຮູບແບບ

ທ່ານສາມາດເລືອກຕົວເລືອກຕ່າງໆສຳລັບການຈັດຮູບແບບສູດ LibreOffice Math. ຕົວເລືອກຮູບແບບຈະສະແດງຢູ່ໃນສ່ວນລຸ່ມຂອງແຖບອົງປະກອບ. ຕົວເລືອກເຫຼົ່ານີ້ຍັງມີລາຍຊື່ອຢູ່ໃນ ເມນູລັດ ຂອງປ່ອງຢ້ຽມ ຄຳສັ່ງ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດເມນູລັດໃນໜ້າຕ່າງຄຳສັ່ງ - ເລືອກ ຮູບແບບ

ເລືອກ ມຸມມອງ - ອົງປະກອບ; ຈາກນັ້ນໃນແຖບອົງປະກອບໃຫ້ເລືອກ ຮູບແບບ ຈາກກ່ອງລາຍການ.


ຕໍ່ໄປນີ້ແມ່ນລາຍຊື່ທັງໝົດຂອງຕົວເລືອກການຈັດຮູບແບບທີ່ມີໃຫ້ໃຊ້ໃນ LibreOffice Math. ໄອຄອນຂ້າງຕົວເລືອກຮູບແບບສະແດງໃຫ້ເຫັນວ່າມັນສາມາດເຂົ້າເຖິງໄດ້ຜ່ານແຖບອົງປະກອບ (ເມນູ ເບິ່ງ - ອົງປະກອບ) ຫຼື ຜ່ານເມນູລັດຂອງປ່ອງຢ້ຽມ ຄຳສັ່ງ.

ໄອຄອນ ບັນທຶກ

ຕົວອັກສອນ "a" ໝາຍເຖິງຕົວແທນໃນສູດຂອງທ່ານທີ່ທ່ານຕ້ອງການກຳນົດການຈັດຮູບແບບໃຫ້. ທ່ານສາມາດແທນຕົວອັກສອນນີ້ດ້ວຍຕົວອັກສອນອື່ນໆຕາມທີ່ທ່ານຕ້ອງການ.


ຕົວເລືອກຮູບແບບ

ໄອຄອນ ເລກກຳລັງດ້ານຊ້າຍ

ເລກກຳລັງດ້ານຊ້າຍ

ແຊກເລກກຳລັງໄວ້ທາງຊ້າຍຂອງຕົວແທນ. ທ່ານຍັງສາມາດພິມ <?>lsup{<?>} ໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ເລກກຳລັງດ້ານເທິງ

ເລກກຳລັງດ້ານເທິງ

ແຊກເລກກຳລັງໄວ້ທາງເທິງຕົວແທນໂດຍກົງ. ທ່ານຍັງສາມາດພິມ <?>csup<?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ເລກກຳລັງດ້ານຂວາ

ເລກກຳລັງດ້ານຂວາ

ແຊກເລກກຳລັງໄວ້ທາງຂວາຂອງຕົວແທນ. ທ່ານຍັງສາມາດພິມ <?>^{<?>} ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ, ຫຼື ຈະໃຊ້ rsup ຫຼື sup ກໍໄດ້.

ໄອຄອນ ການວາງຊ້ອນກັນຕາມທາງຕັ້ງ (2 ອົງປະກອບ)

ການວາງຊ້ອນກັນຕາມທາງຕັ້ງ (2 ອົງປະກອບ)

ແຊກການວາງຊ້ອນກັນຕາມທາງຕັ້ງ (ທະວີນາມ) ພ້ອມກັບສອງຕົວແທນ. ທ່ານຍັງສາມາດພິມ binom<?><?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຂຶ້ນແຖວໃໝ່

ຂຶ້ນແຖວໃໝ່

ແຊກແຖວໃໝ່ໃນເອກະສານຂອງທ່ານ. ທ່ານຍັງສາມາດພິມ newline ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຕົວຫ້ອຍດ້ານຊ້າຍ

ຕົວຫ້ອຍດ້ານຊ້າຍ

ແຊກຕົວຫ້ອຍໄວ່ທາງຊ້າຍຂອງຕົວແທນ. ທ່ານຍັງສາມາດພິມ <?>lsub{<?>} ໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຕົວຫ້ອຍດ້ານລຸ່ມ

ຕົວຫ້ອຍດ້ານລຸ່ມ

ແຊກຕົວຫ້ອຍໄວ່ທາງລຸ່ມຕົວແທນໂດຍກົງ. ທ່ານຍັງສາມາດພິມ <?>csub<?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຕົວຫ້ອຍດ້ານຂວາ

ຕົວຫ້ອຍດ້ານຂວາ

ແຊກຕົວຫ້ອຍໄວ່ທາງຂວາຂອງຕົວແທນ. ທ່ານຍັງສາມາດພິມ <?>_{<?>} ໃນປ່ອງຢ້ຽມ ຄຳສັ່ງ ໄດ້, ແລະ ສາມາດໃຊ້ rsub ຫຼື sub ແທນເຄື່ອງໝາຍຂີດກ້ອງໄດ້.

ໄອຄອນ ການວາງຊ້ອນກັນຕາມທາງຕັ້ງ (3 ອົງປະກອບ)

ການວາງຊ້ອນກັນຕາມທາງຕັ້ງ (3 ອົງປະກອບ)

ແຊກການວາງຊ້ອນກັນຕາມທາງຕັ້ງພ້ອມກັບສາມຕົວແທນ. ທ່ານຍັງສາມາດພິມ stack {<?>#<?>#<?>} ໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຊ່ອງວ່າງຂະໜາດນ້ອຍ

ຊ່ອງວ່າງຂະໜາດນ້ອຍ

ແຊກຊ່ອງວ່າງຂະໜາດນ້ອຍລະຫວ່າງຕົວແທນ ແລະ ອົງປະກອບຖັດໄປ. ທ່ານຍັງສາມາດພິມ ` ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້. ຄຳສັ່ງຕ້ອງປະກົດຢູ່ທາງຊ້າຍ ຫຼື ຂວາຂອງສັນຍະລັກ, ຕົວປ່ຽນ, ຕົວເລກ ຫຼື ຄຳສັ່ງທີ່ສົມບູນ.

ໄອຄອນ ຈັດວາງທາງຊ້າຍ

ຈັດວາງທາງຊ້າຍ

ໄອຄອນນີ້ກຳນົດການຈັດວາງຊິດຊ້າຍໃຫ້ກັບ "a" ແລະ ແຊກຕົວແທນ. ທ່ານສາມາດພິມ alignl<?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຈັດວາງກາງຕາມທາງນອນ

ຈັດວາງກາງຕາມທາງນອນ

ກຳນົດການຈັດວາງກາງຕາມທາງນອນໃຫ້ກັບ "a" ແລະ ແຊກຕົວແທນ. ທ່ານຍັງສາມາດພິມ alignc<?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ຈັດວາງທາງຂວາ

ຈັດວາງທາງຂວາ

ແຊກຄຳສັ່ງສຳລັບການຈັດວາງຊິດຂວາ ແລະ ແຊກຕົວແທນ. ທ່ານຍັງສາມາດພິມ alignr<?> ໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ມາຕຣິກຊ້ອນກັນ

ມາຕຣິກຊ້ອນກັນ

ໄອຄອນນີ້ແຊກມາຕຣິກພ້ອມກັບສີ່ຕົວແທນ. ທ່ານຍັງສາມາດພິມ matrix{<?>#<?>##<?>#<?>} ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້. ຕຳແໜ່ງຂອງອົງປະກອບພາຍໃນແຜນວາດນີ້ຖືກກຳນົດດ້ວຍສອງພິກັດ; ຕົວທຳອິດລະບຸເລກແຖວ ແລະ ຕົວທີສອງລະບຸເລກຖັນ. ທ່ານສາມາດຂະຫຍາຍມາຕຣິກນີ້ໄປໃນທິດທາງໃດກໍໄດ້ໃນປ່ອງຢ້ຽມ ຄຳສັ່ງ ໂດຍການເພີ່ມຕົວອັກສອນ.

ໄອຄອນ ຊ່ອງວ່າງ

ຊ່ອງວ່າງ

ໄອຄອນນີ້ແຊກໄລຍະຫ່າງ ຫຼື ຊ່ອງວ່າງລະຫວ່າງຕົວແທນ. ທ່ານຍັງສາມາດພິມ ~ ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້. ຄຳສັ່ງຕ້ອງປະກົດຢູ່ທາງຊ້າຍ ຫຼື ຂວາຂອງສັນຍະລັກ, ຕົວປ່ຽນ, ຕົວເລກ ຫຼື ຄຳສັ່ງທີ່ສົມບູນ.

ສຳລັບການຈັດວາງ, ຄຳສັ່ງ alignl, alignc ແລະ alignr ຈະມີປະສິດທິພາບຫຼາຍ ຖ້າທ່ານກຳລັງ:

ເມື່ອໃຊ້ຄຳແນະນຳການຈັດວາງ, ຄວນສັງເກດວ່າ:

ການຈັດວາງໂດຍໃຊ້ຄຳສັ່ງ "matrix"

matrix{

alignr sin^2 x + cos^2 x#{}={}#alignl 1 ##

alignr cos^2 x #{}={} #alignl 1 - sin^2 x

}

ການຈັດວາງທາງຊ້າຍ

ຖ້າແຖວ ຫຼື ນິພົດເລີ່ມຕົ້ນດ້ວຍຂໍ້ຄວາມ, ມັນຈະຖືກຈັດວາງທາງຊ້າຍໂດຍຄ່າເລີ່ມຕົ້ນ. ທ່ານສາມາດປ່ຽນສິ່ງນີ້ໄດ້ດ້ວຍຄຳສັ່ງ align ໃດກໍໄດ້. ຕົວຢ່າງຄື: stack{a+b-c*d#alignr "text"}, ບ່ອນທີ່ "text" ຈະປະກົດຊິດຂວາ. ສັງເກດວ່າຂໍ້ຄວາມຕ້ອງຖືກໃສ່ໃນເຄື່ອງໝາຍຄຳເວົ້າສະເໝີ.

ສູດທີ່ຈັດກາງຕາມມາດຕະຖານສາມາດຈັດວາງທາງຊ້າຍໄດ້ໂດຍບໍ່ຕ້ອງໃຊ້ເມນູ ຮູບແບບ - ຈັດວາງ. ເພື່ອເຮັດສິ່ງນີ້, ໃຫ້ວາງສາຍອັກສອນຫວ່າງເປົ່າ, ກໍຄືເຄື່ອງໝາຍຄຳເວົ້າ "", ໄວ້ກ່ອນພາກສ່ວນຂອງສູດທີ່ທ່ານຕ້ອງການຈັດວາງ. ຕົວຢ່າງ: ການພິມ "" a+b newline "" c+d ຈະເຮັດໃຫ້ທັງສອງສົມຜົນຈັດວາງທາງຊ້າຍແທນທີ່ຈະຈັດກາງ.

ໄອຄອນ ຄຳເຕືອນ

ເມື່ອພິມຂໍ້ມູນໃນປ່ອງຢ້ຽມຄຳສັ່ງ, ຄວນສັງເກດວ່າບາງຮູບແບບຕ້ອງມີຊ່ອງວ່າງເພື່ອໃຫ້ໄດ້ໂຄງສ້າງທີ່ຖືກຕ້ອງ. ສິ່ງນີ້ສຳຄັນຫຼາຍເມື່ອປ້ອນຄ່າ (ຕົວຢ່າງ: a lsup{3}) ແທນທີ່ຈະໃຊ້ຕົວແທນ.


ຄລິກ ວົງເລັບ ແລະ ການຈັດກຸ່ມ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການຈັດຮູບແບບໃນ LibreOffice Math.

ຂໍ້ມູນທີ່ມີປະໂຫຍດກ່ຽວກັບ ດັດຊະນີ ແລະ ເລກກຳລັງ ແລະ ການປັບຂະໜາດ ຈະຊ່ວຍໃຫ້ທ່ານຈັດລະບຽບເອກະສານໄດ້ໃນວິທີທີ່ດີທີ່ສຸດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!