ຕຳລາ

ເລືອກຕຳລາໃນສ່ວນລຸ່ມຂອງແຖບອົງປະກອບ. ຕຳລາເຫຼົ່ານີ້ຍັງຖືກລະບຸໄວ້ໃນ ເມນູລັດ ຂອງໜ້າຕ່າງ ຄຳສັ່ງ. ຕຳລາໃດໆ ທີ່ບໍ່ມີຢູ່ໃນແຖບອົງປະກອບ ຕ້ອງພິມດ້ວຍຕົນເອງໃນໜ້າຕ່າງ ຄຳສັ່ງ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດເມນູລັດໃນໜ້າຕ່າງຄຳສັ່ງ - ເລືອກ ຟັງຊັນ

ເລືອກ ມຸມມອງ - ອົງປະກອບ; ຈາກນັ້ນໃນແຖບອົງປະກອບໃຫ້ເລືອກ ຟັງຊັນ ຈາກກ່ອງລາຍການ.


ຕໍ່ໄປນີ້ແມ່ນລາຍການຂອງຕຳລາທັງໝົດທີ່ປະກົດຢູ່ໃນແຖບ ອົງປະກອບ. ໄອຄອນຂ້າງຕຳລາສະແດງວ່າມັນສາມາດເຂົ້າເຖິງໄດ້ຜ່ານແຖບອົງປະກອບ (ເມນູ ມຸມມອງ - ອົງປະກອບ) ຫຼື ຜ່ານເມນູລັດຂອງໜ້າຕ່າງ ຄຳສັ່ງ.

ລາຍການຕຳລາ

ໄອຄອນເລກກຳລັງທຳມະຊາດ

ຕຳລາເລກກຳລັງທຳມະຊາດ

ແຊກຕຳລາເລກກຳລັງທຳມະຊາດ. ທ່ານຍັງສາມາດພິມ func e^<?> ໂດຍກົງໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂລກາລິດທຳມະຊາດ

ໂລກາລິດທຳມະຊາດ

ແຊກໂລກາລິດທຳມະຊາດ (ພື້ນ e) ພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ ln(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນເລກກຳລັງ

ຕຳລາເລກກຳລັງ

ແຊກຕຳລາເລກກຳລັງພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ exp(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂລກາລິດ

ໂລກາລິດ

ແຊກໂລກາລິດທົ່ວໄປ (ພື້ນ 10) ພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ log(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນກຳລັງ

ກຳລັງ

ແຊກ x ຂຶ້ນກຳລັງ y. ທ່ານຍັງສາມາດພິມ <?>^{<?>} ໃນໜ້າຕ່າງ ຄຳສັ່ງ. ທ່ານສາມາດປ່ຽນຕົວອັກສອນ ^ ດ້ວຍ rsup ຫຼື sup ໄດ້.

ໄອຄອນຊິນ

ຊິນ (Sine)

ແຊກຕຳລາຊິນພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ sin(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂກຊິນ

ໂກຊິນ (Cosine)

ແຊກຕຳລາໂກຊິນພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ cos(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນຕັງ

ຕັງ (Tangent)

ແຊກຕຳລາຕັງພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ tan(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂກຕັງ

ໂກຕັງ (Cotangent)

ແຊກສັນຍະລັກໂກຕັງພ້ອມກັບຕົວແທນ. ທ່ານຍັງສາມາດພິມ cot(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນຊິນໄຮເປີໂບລິກ

ຊິນໄຮເປີໂບລິກ (Hyperbolic Sine)

ແຊກຊິນໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ sinh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນຮາກຂັ້ນສອງ

ຮາກຂັ້ນສອງ

ແຊກສັນຍະລັກຮາກຂັ້ນສອງພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ sqrt(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂກຊິນໄຮເປີໂບລິກ

ໂກຊິນໄຮເປີໂບລິກ (Hyperbolic Cosine)

ແຊກສັນຍະລັກໂກຊິນໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ cosh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນຕັງໄຮເປີໂບລິກ

ຕັງໄຮເປີໂບລິກ (Hyperbolic Tangent)

ແຊກສັນຍະລັກຕັງໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ tanh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນໂກຕັງໄຮເປີໂບລິກ

ໂກຕັງໄຮເປີໂບລິກ (Hyperbolic Cotangent)

ແຊກສັນຍະລັກໂກຕັງໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານສາມາດພິມ coth(<?>) ໃນໜ້າຕ່າງ ຄຳສັ່ງ ໄດ້ໂດຍກົງ.

ໄອຄອນຮາກຂັ້ນ n

ຮາກຂັ້ນ n

ແຊກຕຳລາຮາກຂັ້ນ n ພ້ອມກັບຕົວແທນສອງຕົວ. ທ່ານຍັງສາມາດພິມ nroot n x ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກຊິນ

ອາກຊິນ (Arc Sine)

ແຊກຕຳລາອາກຊິນພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arcsin(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກໂກຊິນ

ອາກໂກຊິນ (Arc Cosine)

ແຊກສັນຍະລັກອາກໂກຊິນພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arccos(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກຕັງ

ອາກຕັງ (Arc Tangent)

ແຊກຕຳລາອາກຕັງພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arctan(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກໂກຕັງ

ອາກໂກຕັງ (Arc Cotangent)

ແຊກຕຳລາອາກໂກຕັງພ້ອມກັບຕົວແທນໜຶ່ງຕົວ. ທ່ານສາມາດພິມ arccot(<?>) ໃນໜ້າຕ່າງ ຄັ່ງສັ່ງ ໄດ້ໂດຍກົງ.

ໄອຄອນຄ່າສຳບູນ

ຄ່າສຳບູນ

ແຊກເຄື່ອງໝາຍຄ່າສຳບູນພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ abs(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກຊິນໄຮເປີໂບລິກ

ອາກຊິນໄຮເປີໂບລິກ (Area Hyperbolic Sine)

ແຊກຕຳລາອາກຊິນໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arsinh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກໂກຊິນໄຮເປີໂບລິກ

ອາກໂກຊິນໄຮເປີໂບລິກ (Area Hyperbolic Cosine)

ແຊກຕຳລາອາກໂກຊິນໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arcosh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນອາກຕັງໄຮເປີໂບລິກ

ອາກຕັງໄຮເປີໂບລິກ (Area Hyperbolic Tangent)

ແຊກຕຳລາອາກຕັງໄຮເປີໂບລິກພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ artanh(<?>) ໃນໜ້າຕ່າງ ຄຳສັ່ງ.

ໄອຄອນ ພື້ນທີ່ ໂຄຕັງຊັງ ອີແປກໂບລິກ

ພື້ນທີ່ ໂຄຕັງຊັງ ອີແປກໂບລິກ

ແຊກຕຳລາ ພື້ນທີ່ ໂຄຕັງຊັງ ອີແປກໂບລິກ ພ້ອມກັບຕົວແທນໜຶ່ງຕົວ. ທ່ານຍັງສາມາດພິມ arcoth(<?>) ໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ແຟັກໂຕຣຽນ

ແຟັກໂຕຣຽນ

ແຊກເຄື່ອງໝາຍ ແຟັກໂຕຣຽນ ພ້ອມກັບຕົວແທນໜຶ່ງຕົວ. ທ່ານສາມາດພິມ fact <?> ໂດຍກົງໃນປ່ອງຢ້ຽມ ຄຳສັ່ງ ໄດ້.

ໄອຄອນ ເຄັດລັບ

ທ່ານຍັງສາມາດກຳນົດດັດຊະນີ ຫຼື ເລກກຳລັງໃຫ້ກັບຕຳລາໄດ້. ຕົວຢ່າງ: ການພິມ sin^2x ຈະໄດ້ຕຳລາ "ຊິນ ກຳລັງ 2x".


ໄອຄອນ ຄຳເຕືອນ

ເມື່ອພິມຕຳລາດ້ວຍຕົນເອງໃນປ່ອງຢ້ຽມຄຳສັ່ງ, ຄວນສັງເກດວ່າບາງຕຳລາຕ້ອງມີຊ່ອງວ່າງ (ຕົວຢ່າງ: abs 5=5 ; abs -3=3).


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!