ແຖບການແຕ້ມ
ແຖບ ການແຕ້ມ ປະກອບມີເຄື່ອງມືການແກ້ໄຂທີ່ໃຊ້ເລື້ອຍໆ. ຄລິກທີ່ລູກສອນຂ້າງໄອຄອນເພື່ອເປີດແຖບເຄື່ອງມືທີ່ມີຄຳສັ່ງເພີ່ມເຕີມ.
ທ່ານຍັງສາມາດເບິ່ງແຖບການແຕ້ມໄດ້ຈາກເອກະສານຂໍ້ຄວາມ ຫຼື ສະເປຣດຊີດ. ຊຸດໄອຄອນທີ່ປາກົດອາດຈະແຕກຕ່າງກັນເລັກນ້ອຍຕາມປະເພດເອກະສານປັດຈຸບັນ.
ເລືອກ
ເພື່ອເລືອກວັດຖຸໃນສະໄລ້ປັດຈຸບັນ, ໃຫ້ຄລິກທີ່ເຄື່ອງມື ການເລືອກ (ລູກສອນສີຂາວ) ໃນແຖບການແຕ້ມ, ແລ້ວຄລິກທີ່ວັດຖຸ.
ເພື່ອເລືອກຫຼາຍກວ່າໜຶ່ງວັດຖຸ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ຄລິກ.
ເພື່ອເລືອກວັດຖຸທີ່ຢູ່ທາງຫຼັງວັດຖຸອື່ນ, ໃຫ້ກົດ OptionAlt ຄ້າງໄວ້, ແລ້ວຄລິກທີ່ວັດຖຸ. ເພື່ອເລືອກວັດຖຸຖັດໄປທີ່ຢູ່ຊັ້ນລຸ່ມ, ໃຫ້ກົດ OptionAlt ຄ້າງໄວ້ແລ້ວຄລິກອີກບາດໜຶ່ງ. ເພື່ອເລືອກຄືນວັດຖຸກ່ອນໜ້ານີ້, ໃຫ້ກົດ Shift + OptionAlt ຄ້າງໄວ້ ແລ້ວຄລິກ.
ເພື່ອເພີ່ມຂໍ້ຄວາມໃສ່ວັດຖຸທີ່ເລືອກ, ໃຫ້ຄລິກສອງບາດໃສ່ວັດຖຸ ແລ້ວພິມຂໍ້ຄວາມຂອງທ່ານ.
ເພື່ອຍົກເລີກການເລືອກ, ໃຫ້ຄລິກບ່ອນໃດກໍໄດ້ຢູ່ນອກວັດຖຸທີ່ເລືອກ, ຫຼື ກົດ Escape.
ໂດຍການດັບເບິ້ລຄລິກທີ່ເຄື່ອງມື, ທ່ານສາມາດໃຊ້ມັນສຳລັບຫຼາຍວຽກງານໄດ້. ຖ້າທ່ານເອີ້ນໃຊ້ເຄື່ອງມືດ້ວຍການຄລິກຄັ້ງດຽວ, ມັນຈະກັບຄືນໄປຫາສິ່ງທີ່ເລືອກຄັ້ງສຸດທ້າຍຫຼັງຈາກສຳເລັດວຽກງານ.
ຊ່ວຍໃຫ້ທ່ານສາມາດເລືອກວັດຖຸໃນເອກະສານປັດຈຸບັນ.
ແຕ້ມເສັ້ນຊື່ຕາມບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ເພື່ອບັງຄັບໃຫ້ເສັ້ນຢູ່ທີ່ 45 ອົງສາ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.
ແຕ້ມຮູບສີ່ແຈສາກທີ່ມີການເຕີມສີໃນບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ຄລິກບ່ອນທີ່ທ່ານຕ້ອງການວາງມຸມຂອງຮູບສີ່ແຈສາກ, ແລ້ະລາກໄປຫາຂະໜາດທີ່ຕ້ອງການ. ເພື່ອແຕ້ມຮູບຈະຕຸລັດ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.
ແຕ້ມຮູບວົງຮີທີ່ມີການເຕີມສີໃນບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ຄລິກບ່ອນທີ່ທ່ານຕ້ອງການແຕ້ມຮູບວົງຮີ, ແລ້ະລາກໄປຫາຂະໜາດທີ່ຕ້ອງການ. ເພື່ອແຕ້ມຮູບວົງມົນ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.
ເປີດແຖບເຄື່ອງມື , ບ່ອນທີ່ທ່ານສາມາດເພີ່ມເສັ້ນຊື່, ເສັ້ນທີ່ມີລູກສອນ ແລະ ເສັ້ນບອກຂະໜາດ ລົງໃນສະໄລ້ ຫຼື ໜ້າປັດຈຸບັນ.
ໄອຄອນ ໃນແຖບເຄື່ອງມືແຕ້ມຮູບ ຈະເປີດແຖບເຄື່ອງມື ເສັ້ນ ເຊິ່ງທ່ານສາມາດເພີ່ມເສັ້ນ ແລະ ຮູບຊົງຕ່າງໆລົງໃນສະໄລ້ປັດຈຸບັນ.
ເປີດແຖບເຄື່ອງມື ເສັ້ນເຊື່ອມຕໍ່, ບ່ອນທີ່ທ່ານສາມາດເພີ່ມເສັ້ນເຊື່ອມຕໍ່ໃສ່ວັດຖຸໃນສະໄລ້ປັດຈຸບັນ. ເສັ້ນເຊື່ອມຕໍ່ແມ່ນເສັ້ນທີ່ເຊື່ອມຕໍ່ວັດຖຸເຂົ້າກັນ ແລະ ຈະຕິດຢູ່ກັບວັດຖຸສະເໝີເມື່ອວັດຖຸຖືກຍ້າຍ. ຖ້າທ່ານສຳເນົາວັດຖຸທີ່ມີເສັ້ນເຊື່ອມຕໍ່, ເສັ້ນເຊື່ອມຕໍ່ນັ້ນກໍຈະຖືກສຳເນົານຳ.
ເປີດແຖບເຄື່ອງມືຮູບຊົງພື້ນຖານ ເຊິ່ງທ່ານສາມາດໃຊ້ເພື່ອແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມືຮູບຊົງສັນຍາລັກ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມືລູກສອນແບບແທ່ງ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມືຜັງງານ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມືຄຳບັນຍາຍຮູບພາບ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມືຮູບດາວ ແລະ ປ້າຍ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.
ເປີດແຖບເຄື່ອງມື ວັດຖຸ 3 ມິຕິ. ວັດຖຸເຫຼົ່ານີ້ແມ່ນຮູບແບບສາມມິຕິ, ມີຄວາມເລິກ, ແສງສະຫວ່າງ ແລະ ການສະທ້ອນ. ວັດຖຸທີ່ແຊກລົງໄປແຕ່ລະອັນຈະສ້າງເປັນສາກ 3 ມິຕິ. ທ່ານສາມາດກົດ F3 ເພື່ອເຂົ້າໄປໃນສາກ. ສຳລັບວັດຖຸ 3 ມິຕິເຫຼົ່ານີ້, ທ່ານສາມາດເປີດກ່ອງໂຕ້ຕອບເອັບເຟັກ 3 ມິຕິເພື່ອແກ້ໄຂຄຸນສົມບັດໄດ້.
ເຄື່ອງມືນີ້ໃຊ້ເພື່ອໝູນວັດຖຸ.
ປ່ຽນແປງການຈັດວາງຂອງວັດຖຸທີ່ເລືອກ.
ປ່ຽນລຳດັບການວາງຊ້ອນກັນຂອງວັດຖຸທີ່ເລືອກ.
ຈັດຢາຍວັດຖຸທີ່ເລືອກສາມອັນ ຫຼື ຫຼາຍກວ່ານັ້ນ ໃຫ້ສະເໝີກັນຕາມແກນນອນ ຫຼື ແກນຕັ້ງ. ທ່ານຍັງສາມາດຈັດຢາຍໄລຍະຫ່າງລະຫວ່າງວັດຖຸໃຫ້ເທົ່າກັນໄດ້ອີກດ້ວຍ.
ເງົາ
ເພີ່ມເງົາໃຫ້ກັບວັດຖຸທີ່ເລືອກ. ຖ້າວັດຖຸມີເງົາຢູ່ແລ້ວ, ເງົາຈະຖືກລຶບອອກ. ຖ້າທ່ານຄລິກໄອຄອນນີ້ເມື່ອບໍ່ມີວັດຖຸທີ່ເລືອກ, ເງົາຈະຖືກເພີ່ມເຂົ້າໃນວັດຖຸຕໍ່ໄປທີ່ທ່ານແຕ້ມ.
ຕັດ ຫຼື ປັບຂະໜາດຮູບພາບທີ່ເລືອກ. ທ່ານຍັງສາມາດຄືນຄ່າຮູບພາບໃຫ້ເປັນຂະໜາດເດີມໄດ້.
ໄອຄອນນີ້ຢູ່ໃນແຖບ ຮູບພາບ ຈະເປີດແຖບ ຕົວຕອງຮູບພາບ, ເຊິ່ງທ່ານສາມາດໃຊ້ຕົວຕອງຕ່າງໆກັບຮູບພາບທີ່ເລືອກໄວ້.
ຊ່ວຍໃຫ້ທ່ານສາມາດປ່ຽນຮູບຮ່າງຂອງວັດຖຸທີ່ແຕ້ມໄວ້ໄດ້.
ຊ່ວຍໃຫ້ທ່ານສາມາດແກ້ໄຂຈຸດເຊື່ອມຕໍ່ໃນຮູບແຕ້ມຂອງທ່ານ.
ເປີດ ແລະ ປິດ ເອັບເຟັກ 3D ສຳລັບວັດຖຸທີ່ເລືອກ.