ການຊ່ວຍເຫຼືອ LibreOffice 26.2
ແຖບເສັ້ນ ແລະ ການເຕີມສີ ປະກອບມີຄຳສັ່ງ ແລະ ຕົວເລືອກຕ່າງໆທີ່ທ່ານສາມາດນຳໃຊ້ໃນມຸມມອງປັດຈຸບັນ.
ໂດຍທີ່ບໍ່ມີວັດຖຸໃດຖືກເລືອກໃນພື້ນທີ່ເຮັດວຽກ, ຖ້າທ່ານຕັ້ງຄ່າຄຸນລັກສະນະຂອງຮູບຊົງ ເຊັ່ນ ຄວາມໜາຂອງເສັ້ນ, ສີເສັ້ນ, ຮູບແບບເສັ້ນ, ປະເພດການເຕີມສີພື້ນທີ່ ແລະ ຮູບແບບການເຕີມສີພື້ນທີ່ ດ້ວຍແຖບເສັ້ນ ແລະ ການເຕີມສີ, ຄຸນລັກສະນະເຫຼົ່ານັ້ນຈະຖືກນຳໃຊ້ກັບຮູບຊົງໃໝ່ເປັນການຈັດຮູບແບບໂດຍກົງ. ເພື່ອຕັ້ງຄ່າຄຸນລັກສະນະຂອງແຖບເສັ້ນ ແລະ ການເຕີມສີຄືນໃໝ່ໃຫ້ເປັນຕາມຮູບແບບການແຕ້ມເລີ່ມຕົ້ນ, ໃຫ້ຍົກເລີກການເລືອກວັດຖຸໃດໜຶ່ງໃນພື້ນທີ່ເຮັດວຽກ ແລ້ວຄລິກສອງບາດໃສ່ຮູບແບບການແຕ້ມເລີ່ມຕົ້ນໃນຊ່ອງຮູບແບບຂອງແຖບຂ້າງ. ວັດຖຸຕໍ່ໄປທີ່ທ່ານແຕ້ມຈະສະແດງຕາມຮູບແບບການແຕ້ມເລີ່ມຕົ້ນ.