ການສ້າງຜັງງານ

ວິທີການສ້າງຜັງງານ:

  1. ເລືອກເຄື່ອງມືຈາກແຖບເຄື່ອງມື ຜັງງານ ໃນແຖບ ການແຕ້ມ.

  2. ລາກຮູບຮ່າງລົງໃນສະໄລ້ຂອງທ່ານ.

  3. ເພື່ອເພີ່ມຮູບຮ່າງຕື່ມອີກ, ໃຫ້ປະຕິບັດຕາມຂັ້ນຕອນຜ່ານມາຄືນ.

  4. ເປີດແຖບເຄື່ອງມື ຕົວເຊື່ອມຕໍ່ ໃນແຖບ ການແຕ້ມ, ແລ້ວເລືອກເສັ້ນເຊື່ອມຕໍ່.

  5. ຍ້າຍຕົວຊີ້ໄປໄວ້ເທິງຂອບຂອງຮູບຮ່າງເພື່ອໃຫ້ຈຸດເຊື່ອມຕໍ່ປາກົດຂຶ້ນມາ.

  6. ຄລິກໃສ່ຈຸດເຊື່ອມຕໍ່, ລາກໄປຫາຈຸດເຊື່ອມຕໍ່ໃນຮູບຮ່າງອື່ນ, ແລ້ວປ່ອຍ.

  7. ເພື່ອເພີ່ມຕົວເຊື່ອມຕໍ່ຕື່ມອີກ, ໃຫ້ປະຕິບັດຕາມຂັ້ນຕອນຜ່ານມາຄືນ.

ຕອນນີ້ທ່ານໄດ້ໂຄງຮ່າງພື້ນຖານສຳລັບຜັງງານຂອງທ່ານແລ້ວ.

ວິທີການເພີ່ມຂໍ້ຄວາມລົງໃນຮູບຮ່າງຂອງຜັງງານ

ໃຫ້ປະຕິບັດຢ່າງໃດຢ່າງໜຶ່ງລຸ່ມນີ້:

ວິທີການໃສ່ສີພື້ນໃນຮູບຮ່າງ:

  1. ເລືອກຮູບຮ່າງ, ແລ້ວເລືອກ ຮູບແບບ - ພື້ນທີ່.

  2. ເລືອກ ສີ, ແລ້ວຄລິກເລືອກສີໃນລາຍການ.

ວິທີການເພີ່ມຈຸດເຊື່ອມໂຍງເພື່ອໄປຫາສະໄລ້ອື່ນ:

ກຳນົດ ການໂຕ້ຕອບ ໃຫ້ກັບບາງວັດຖຸໃນສະໄລ້ຂອງທ່ານ.

  1. ເລືອກວັດຖຸ, ແລ້ວເລືອກ ການນຳສະເໜີ - ການໂຕ້ຕອບ.

  2. ເລືອກຮູບແບບການໂຕ້ຕອບໃນກ່ອງໂຕ້ຕອບ. ຕົວຢ່າງ, ເລືອກໃຫ້ໄປຫາສະໄລ້ຖັດໄປເມື່ອຜູ້ໃຊ້ຄລິກໃສ່ວັດຖຸນັ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!