ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດນຳໃຊ້ຮູບແບບເພື່ອຈັດລະບຽບປະເພດເສັ້ນ ແລະ ລູກສອນທີ່ຄ້າຍຄືກັນໄດ້. LibreOffice ມີໄຟລ໌ຮູບແບບມາດຕະຖານບາງຢ່າງທີ່ທ່ານສາມາດໂຫຼດ ແລະ ນຳໃຊ້ໃນເອກະສານຂອງທ່ານໄດ້. ຖ້າທ່ານຕ້ອງການ, ທ່ານສາມາດເພີ່ມ ຫຼື ລຶບອົງປະກອບອອກຈາກໄຟລ໌ຮູບແບບ, ຫຼື ແມ່ນແຕ່ສ້າງໄຟລ໌ຮູບແບບກຳນົດເອງກໍໄດ້.
ເລືອກ ຮູບແບບ - ເສັ້ນ, ແລ້ວຄລິກທີ່ແຖບ ຮູບແບບເສັ້ນ.
ຄລິກທີ່ປຸ່ມ ໂຫຼດຮູບແບບເສັ້ນ.
ຊອກຫາໄຟລ໌ທີ່ມີຮູບແບບເສັ້ນທີ່ທ່ານຕ້ອງການໂຫຼດ, ແລ້ວຄລິກ ຕົກລົງ. ໄຟລ໌ມີຮູບແບບເປັນ [ຊື່ໄຟລ໌].sod.
ເພື່ອບັນທຶກໄຟລ໌ຮູບແບບເສັ້ນ, ໃຫ້ຄລິກປຸ່ມ ບັນທຶກຮູບແບບເສັ້ນ, ປ້ອນຊື່ໄຟລ໌, ແລ້ວຄລິກ ຕົກລົງ.
ເລືອກ ຮູບແບບ - ເສັ້ນ, ແລ້ວຄລິກທີ່ແຖບ ຮູບແບບລູກສອນ.
ຄລິກປຸ່ມ ໂຫລດຮູບແບບຫົວລູກສອນ.
ຊອກຫາໄຟລ໌ທີ່ມີຮູບແບບຫົວລູກສອນທີ່ທ່ານຕ້ອງການໂຫລດ, ແລ້ວຄລິກ ຕົກລົງ. ໄຟລ໌ມີຮູບແບບແມ່ນ [ຊື່ໄຟລ໌].soe.
ເພື່ອບັນທຶກໄຟລ໌ຮູບແບບຫົວລູກສອນ, ໃຫ້ຄລິກປຸ່ມ ບັນທຶກຮູບແບບຫົວລູກສອນ, ປ້ອນຊື່ໄຟລ໌, ແລ້ວຄລິກ ຕົກລົງ.