ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດນຳໃຊ້ເອັບເຟັກພິເສດທີ່ຈະຫຼິ້ນເມື່ອທ່ານສະແດງສະໄລ້.
ໃນມຸມເບິ່ງ ປົກກະຕິ, ເລືອກສະໄລ້ທີ່ທ່ານຕ້ອງການເພີ່ມເອັບເຟັກການປ່ຽນໃສ່.
ໃນແຖບ ໜັກວຽກ, ຄລິກ ການປ່ຽນສະໄລ້.
ເລືອກການປ່ຽນສະໄລ້ຈາກລາຍການ.
ທ່ານສາມາດເບິ່ງຕົວຢ່າງເອັບເຟັກການປ່ຽນໄດ້ໃນໜ້າຕ່າງເອກະສານ.
ໃນແຖບສະໄລ້ ຈະມີໄອຄອນ ປະກົດຂຶ້ນຖັດຈາກຕົວຢ່າງຂອງສະໄລ້ເຫຼົ່ານັ້ນທີ່ມີການປ່ຽນສະໄລ້. ເມື່ອທ່ານນຳສະເໜີສະໄລ້ດ້ວຍ Presenter Console, ໄອຄອນ
ຈະບົ່ງບອກວ່າສະໄລ້ຖັດໄປມີການປ່ຽນສະໄລ້.
ໃນມຸມເບິ່ງ ຕົວຈັດລຽງສະໄລ້, ເລືອກສະໄລ້ທີ່ທ່ານຕ້ອງການເພີ່ມເອັບເຟັກການປ່ຽນໃສ່.
ຖ້າທ່ານຕ້ອງການ, ທ່ານສາມາດນຳໃຊ້ແຖບເຄື່ອງມື ຊູມ ເພື່ອປ່ຽນກຳລັງຂະຫຍາຍຂອງມຸມເບິ່ງສຳລັບສະໄລ້.
ໃນແຖບໜັກວຽກ, ຄລິກ ການປ່ຽນສະໄລ້.
ເລືອກການປ່ຽນສະໄລ້ຈາກລາຍການ.
ເພື່ອເບິ່ງຕົວຢ່າງເອັບເຟັກການປ່ຽນສຳລັບສະໄລ້, ຄລິກທີ່ໄອຄອນນ້ອຍໆ ຢູ່ທາງລຸ່ມສະໄລ້ໃນ ແຖບສະໄລ້.
ໃນມຸມເບິ່ງ ຕົວຈັດລຽງສະໄລ້, ເລືອກສະໄລ້ທີ່ທ່ານຕ້ອງການລຶບເອັບເຟັກການປ່ຽນອອກ.
ເລືອກ ບໍ່ມີການປ່ຽນ ໃນລາຍການໃນແຖບ ໜັກວຽກ.