ລວມເຂົ້າກັນ (Combine)

ລວມວັດຖຸທີ່ເລືອກຕັ້ງແຕ່ສອງອັນຂຶ້ນໄປໃຫ້ເປັນຮູບຊົງດຽວ. ມັນຈະແຕກຕ່າງຈາກ ການຈັດກຸ່ມ ຄືວັດຖຸທີ່ລວມກັນແລ້ວຈະໄດ້ຮັບຄຸນສົມບັດຂອງວັດຖຸທີ່ຢູ່ລຸ່ມສຸດໃນລຳດັບການຊ້ອນກັນ. ທ່ານສາມາດ ແຍກ ວັດຖຸທີ່ລວມກັນອອກຈາກກັນໄດ້, ແຕ່ຄຸນສົມບັດຂອງວັດຖຸເດີມຈະເສຍໄປ.

ເມື່ອທ່ານລວມວັດຖຸເຂົ້າກັນ, ອົງປະກອບການແຕ້ມຈະຖືກປ່ຽນແທນດ້ວຍເສັ້ນໂຄ້ງເບຊີເອ ແລະ ຈະເກີດມີຊ່ອງວ່າງຂຶ້ນໃນບ່ອນທີ່ວັດຖຸຊ້ອນທັບກັນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ຮູບຮ່າງ - ລວມເຂົ້າກັນ (ໃຊ້ໄດ້ສະເພາະ LibreOffice Draw)

ເລືອກວັດຖຸສອງຢ່າງ ຫຼື ຫຼາຍກວ່າ, ເປີດເມນູລັດ ແລ້ວເລືອກ ລວມເຂົ້າກັນ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!