ຟີວ (Fields)
ສະແດງລາຍການຟີວທົ່ວໄປທີ່ທ່ານສາມາດແຊກລົງໃນສະໄລ້ຂອງທ່ານໄດ້.
ຖ້າທ່ານຕ້ອງການແກ້ໄຂຟີວໃນສະໄລ້ຂອງທ່ານ, ໃຫ້ເລືອກມັນແລ້ວເລືອກ ແກ້ໄຂ – ຟີວ.
ແຊກວັນທີປັດຈຸບັນລົງໃນສະໄລ້ຂອງທ່ານເປັນຟີວແບບຄົງທີ່. ວັນທີຈະບໍ່ຖືກອັບເດດໂດຍອັດຕະໂນມັດ.
ແຊກວັນທີປັດຈຸບັນລົງໃນສະໄລ້ຂອງທ່ານເປັນຟີວແບບປ່ຽນແປງໄດ້. ວັນທີຈະຖືກອັບເດດໂດຍອັດຕະໂນມັດເມື່ອທ່ານເປີດໄຟລ໌ໃໝ່.
ແຊກເວລາປັດຈຸບັນລົງໃນສະໄລ້ຂອງທ່ານເປັນຟີວແບບຄົງທີ່. ເວລາຈະບໍ່ຖືກອັບເດດໂດຍອັດຕະໂນມັດ.
ແຊກເວລາປັດຈຸບັນລົງໃນສະໄລ້ຂອງທ່ານເປັນຟີວແບບປ່ຽນແປງໄດ້. ເວລາຈະຖືກອັບເດດໂດຍອັດຕະໂນມັດເມື່ອທ່ານເປີດໄຟລ໌ໃໝ່.
ແຊກຊື່ຂອງບຸກຄົນທີ່ສ້າງເອກະສານຢູ່ທີ່ນີ້ເປັນຟິວ. ຟິວຈະນຳໃຊ້ຂໍ້ມູນທີ່ປ້ອນໄວ້ພາຍໃຕ້ - .
ແຊກໝາຍເລກໜ້າໃສ່ໃນສະໄລ້ ຫຼື ໜ້າປັດຈຸບັນ. ຖ້າທ່ານຕ້ອງການເພີ່ມໝາຍເລກໜ້າໃສ່ທຸກໆສະໄລ້, ໃຫ້ເລືອກ ເບິ່ງ - ຕົ້ນແບບ ສະໄລ້ ແລ້ວແຊກຟີວໝາຍເລກໜ້າໃສ່. ເພື່ອປ່ຽນຮູບແບບຕົວເລກ, ໃຫ້ເລືອກ ສະໄລ້ໜ້າ - ຄຸນສົມບັດ - ໜ້າ ແທັບ ແລ້ວເລືອກຮູບແບບຈາກລາຍການໃນສ່ວນ ການຕັ້ງຄ່າເຄົ້າໂຄງ.
ແຊກຊື່ຂອງໄຟລ໌ທີ່ກຳລັງໃຊ້ງານຢູ່. ຊື່ຈະປະກົດຂຶ້ນຫຼັງຈາກທີ່ທ່ານບັນທຶກໄຟລ໌ແລ້ວ.