ຂັ້ນສູງ

ກໍານົດຕົວເລືອກການຮອງຮັບສຳລັບແອັບພລິເຄຊັນ Java ໃນ LibreOffice, ລວມທັງການເລືອກໃຊ້ Java Runtime Environment (JRE). ນອກຈາກນີ້ຍັງກໍານົດວ່າຈະໃຊ້ຄຸນສົມບັດທົດລອງ (ທີ່ບໍ່ສະຖຽນ) ເຊັ່ນ ການບັນທຶກມັກໂຄ ແລະ ການເຂົ້າເຖິງການຕັ້ງຄ່າແບບຊ່ຽວຊານຫຼືບໍ່.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ - LibreOffice - ຂັ້ນສູງ.


ຮູບພາບກ່ອງຂໍ້ຄວາມຕົວເລືອກຂັ້ນສູງ

ໄອຄອນ ຄຳເຕືອນ

ບາງຕົວເລືອກບໍ່ສາມາດຕັ້ງຄ່າໃໝ່ໄດ້ເມື່ອແກ້ໄຂແລ້ວ. ໃຫ້ແກ້ໄຂການປ່ຽນແປງຄືນດ້ວຍຕົນເອງ ຫຼື ຄລິກ ຍົກເລີກ ແລະ ເປີດກ່ອງໂຕ້ຕອບ ຕົວເລືອກ ຄືນໃໝ່.


ຕົວເລືອກ Java

ໄອຄອນ ບັນທຶກ

ລາຍຊື່ໂມດູນ ແລະ ຊັບພະຍາກອນຂອງ LibreOffice ທີ່ຕ້ອງໃຊ້ Java ໃນປັດຈຸບັນແມ່ນມີໃຫ້ເບິ່ງ ໃນ wiki.


ໃຊ້ Java runtime environment

ອະນຸຍາດໃຫ້ທ່ານລັນແອັບພລິເຄຊັນ Java ໃນ LibreOffice ໄດ້. ເມື່ອແອັບ Java ພະຍາຍາມເຂົ້າເຖິງຮາດດິດຂອງທ່ານ, ຈະມີຂໍ້ຄວາມເຕືອນປະກົດຂຶ້ນ.

Java runtime environments (JRE) ທີ່ຕິດຕັ້ງແລ້ວ:

ເລືອກ JRE ທີ່ທ່ານຕ້ອງການໃຊ້. ໃນບາງລະບົບ, ທ່ານອາດຕ້ອງລໍຖ້າຈັກບຶດໜຶ່ງເພື່ອໃຫ້ລາຍຊື່ປະກົດຂຶ້ນ. ໃນບາງລະບົບ, ທ່ານຕ້ອງເລີ່ມ LibreOffice ໃໝ່ເພື່ອໃຫ້ການຕັ້ງຄ່າທີ່ປ່ຽນແປງມີຜົນ. ເສັ້ນທາງ (path) ໄປຫາ JRE ຈະສະແດງຢູ່ກຸ່ມລຸ່ມລາຍການ.

ທ່ານສາມາດປ່ຽນແທນ JRE ເລີ່ມຕົ້ນຂອງລະບົບປະຕິບັດການດ້ວຍທາງເລືອກໃດໜຶ່ງດັ່ງນີ້:

ເພີ່ມ

ເພີ່ມເສັ້ນທາງໄປຫາໂຟນເດີຫຼັກ (root folder) ຂອງ JRE ໃນຄອມພິວເຕີຂອງທ່ານ. ເສັ້ນທາງຈະຖືກຕັ້ງຄ່າໃນໜ້າຈໍຖັດໄປ.

ພາຣາມິເຕີ

ເປີດໜ້າຈໍ ພາຣາມິເຕີການເລີ່ມ Java.

Class Path

ເປີດໜ້າຈໍ Class Path.

ຄຸນສົມບັດເສີມ

ເປີດໃຊ້ຄຸນສົມບັດທົດລອງ

ເປີດໃຊ້ຄຸນສົມບັດທີ່ຍັງບໍ່ທັນສົມບູນ ຫຼື ອາດມີຂໍ້ຜິດພາດ. ລາຍຊື່ຄຸນສົມບັດເຫຼົ່ານີ້ຈະແຕກຕ່າງກັນໄປຕາມແຕ່ລະເວີຊັນ ຫຼື ບາງຄັ້ງອາດຈະບໍ່ມີເລີຍ.

ເປີດໃຊ້ການບັນທຶກມັກໂຄ

ເປີດໃຊ້ການບັນທຶກມັກໂຄ. ເມນູ ເຄື່ອງມື - ມັກໂຄ - ບັນທຶກມັກໂຄ ຈະສາມາດໃຊ້ງານໄດ້.

ການຕັ້ງຄ່າແບບຊ່ຽວຊານ

ເປີດໜ້າຈໍການຕັ້ງຄ່າແບບຊ່ຽວຊານສຳລັບການຕັ້ງຄ່າຂັ້ນສູງຂອງ LibreOffice.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!