ການຊ່ວຍເຫຼືອ LibreOffice 26.2
In LibreOffice text and HTML documents, defines the display for certain characters and for the direct cursor.
ກຳນົດວ່າຈະໃຫ້ວັດຖຸສູດ Math ຈັດແນວໂດຍໃຊ້ເສັ້ນພື້ນຖານ (baseline) ຂອງຂໍ້ຄວາມເປັນບ່ອນອ້າງອີງຫຼືບໍ່. ຫາກບໍ່ເລືອກຕົວເລືອກນີ້ ທ່ານຈະສາມາດປ່ຽນຕຳແໜ່ງແນວຕັ້ງຂອງວັດຖຸ Math ໃນຍໍ້ໜ້າໄດ້.
ກຳນົດວ່າຈະໃຫ້ເຄື່ອງໝາຍການຈັດຮູບແບບໃດແດ່ທີ່ເຫັນໄດ້ເທິງໜ້າຈໍ. ເປີດໃຊ້ໄອຄອນ ເຄື່ອງໝາຍການຈັດຮູບແບບ ເທິງແຖບ ມາດຕະຖານ. ທຸກຕົວອັກສອນທີ່ທ່ານເລືອກໃນແທັບ ເຄື່ອງມືຊ່ວຍຈັດຮູບແບບ ຈະຖືກສະແດງອອກມາ.
ກຳນົດວ່າຈະໃຫ້ສະແດງເຄື່ອງໝາຍແບ່ງຍໍ້ໜ້າຫຼືບໍ່. ເຄື່ອງໝາຍແບ່ງຍໍ້ໜ້າຍັງມີຂໍ້ມູນຮູບແບບຂອງຍໍ້ໜ້ານຳອີກ.
ກຳນົດວ່າຈະໃຫ້ສະແດງເຄື່ອງໝາຍຕັດຄຳແບບອ່ອນ (ຫຼື ເອີ້ນວ່າ ເຄື່ອງໝາຍຕັດຄຳແບບເລືອກໄດ້) ຫຼືບໍ່. ສິ່ງເຫຼົ່ານີ້ແມ່ນເຄື່ອງໝາຍແບ່ງທີ່ຖືກເຊື່ອງໄວ້ເຊິ່ງທ່ານສາມາດປ້ອນລົງໃນຄຳສັບໄດ້ໂດຍການກົດ ຄຳສັບທີ່ມີເຄື່ອງໝາຍຕັດຄຳແບບອ່ອນຈະຖືກແຍກສະເພາະຢູ່ທ້າຍແຖວໃນຈຸດທີ່ແຊກເຄື່ອງໝາຍນັ້ນໄວ້ເທົ່ານັ້ນ, ບໍ່ວ່າຈະເປີດ ຫຼື ປິດການຕັດຄຳອັດຕະໂນມັດກໍຕາມ.
ກຳນົດວ່າຈະໃຫ້ສະແດງທຸກຊ່ອງຫວ່າງໃນຂໍ້ຄວາມດ້ວຍຈຸດຫຼືບໍ່.
ກຳນົດໃຫ້ຊ່ອງຫວ່າງທີ່ບໍ່ແຍກຈາກກັນສະແດງເປັນກ່ອງສີເທົາ. ຊ່ອງຫວ່າງປະເພດນີ້ຈະບໍ່ຖືກແຍກຢູ່ທ້າຍແຖວ ແລະ ສາມາດປ້ອນໄດ້ດ້ວຍປຸ່ມລັດ .
ກຳນົດໃຫ້ຕຳແໜ່ງແທັບສະແດງເປັນລູກສອນນ້ອຍໆ.
ສະແດງການຂຶ້ນແຖວໃໝ່ທັງໝົດທີ່ແຊກດ້ວຍປຸ່ມລັດ Shift+Enter. ການຂຶ້ນແຖວແບບນີ້ຈະສ້າງແຖວໃໝ່ ແຕ່ບໍ່ໄດ້ເລີ່ມຕົ້ນຍໍ້ໜ້າໃໝ່.
ສະແດງຂໍ້ຄວາມທີ່ໃຊ້ຮູບແບບຕົວອັກສອນແບບ "ເຊື່ອງ", ເມື່ອເປີດໃຊ້ ມຸມມອງ - ເຄື່ອງໝາຍການຈັດຮູບແບບ.
ກຳນົດໃຫ້ສະແດງເຄື່ອງໝາຍບຸກມາກ. ເຄື່ອງໝາຍ | ບົ່ງບອກຕຳແໜ່ງຂອງບຸກມາກແບບຈຸດ. ເຄື່ອງໝາຍ [ ] ບົ່ງບອກຈຸດເລີ່ມຕົ້ນ ແລະ ຈຸດຈົບຂອງບຸກມາກໃນຊ່ວງຂໍ້ຄວາມ.
ການຄວບຄຸມຕໍ່ໄປນີ້ຈະປະກົດຂຶ້ນສະເພາະເອກະສານ Writer ເທົ່ານັ້ນ, ບໍ່ມີໃນເອກະສານ HTML.
ກຳນົດວ່າທ່ານສາມາດວາງເຄີເຊີໃນພື້ນທີ່ທີ່ຖືກປ້ອງກັນໄດ້ ແຕ່ບໍ່ສາມາດເຮັດການປ່ຽນແປງໃດໆໄດ້.
ກຳນົດຄຸນສົມບັດທັງໝົດຂອງເຄີເຊີໂດຍກົງ.
ເປີດໃຊ້ເຄີເຊີໂດຍກົງ. ທ່ານຍັງສາມາດເປີດໃຊ້ຟັງຊັນນີ້ໄດ້ໂດຍການຄລິກໄອຄອນ ສະຫຼັບໂໝດເຄີເຊີໂດຍກົງ ເທິງແຖບເຄື່ອງມື ຫຼື ໂດຍການເລືອກຄຳສັ່ງ ແກ້ໄຂ - ໂໝດເຄີເຊີໂດຍກົງ ໃນເອກະສານຂໍ້ຄວາມ.
ກຳນົດຕົວເລືອກການແຊກສຳລັບເຄີເຊີໂດຍກົງ. ຫາກທ່ານຄລິກທີ່ຕຳແໜ່ງໃດກໍຕາມໃນເອກະສານ, ຍໍ້ໜ້າໃໝ່ສາມາດຂຽນ ຫຼື ແຊກລົງໃນຕຳແໜ່ງນັ້ນໄດ້ທັນທີ. ຄຸນສົມບັດຂອງຍໍ້ໜ້ານີ້ຈະຂຶ້ນກັບຕົວເລືອກທີ່ເລືອກ. ທ່ານສາມາດເລືອກຈາກຕົວເລືອກຕໍ່ໄປນີ້:
ເມື່ອໃຊ້ເຄີເຊີໂດຍກົງ, ແທັບຈະຖືກເພີ່ມເຂົ້າໃນຍໍ້ໜ້າໃໝ່ຕາມຄວາມຈຳເປັນ ຈົນກວ່າຈະຮອດຕຳແໜ່ງທີ່ຄລິກ.
ເມື່ອໃຊ້ເຄີເຊີໂດຍກົງ, ແທັບ ແລະ ຊ່ອງຫວ່າງຈະຖືກແຊກເຂົ້າໃນຍໍ້ໜ້າໃໝ່ຕາມຈຳນວນທີ່ເໝາະສົມ ຈົນກວ່າຈະຮອດຕຳແໜ່ງທີ່ຄລິກ.
ເມື່ອໃຊ້ເຄີເຊີໂດຍກົງ, ຊ່ອງຫວ່າງຈະຖືກເພີ່ມເຂົ້າໃນຍໍ້ໜ້າໃໝ່ ຈົນກວ່າຈະຮອດຕຳແໜ່ງທີ່ຄລິກ.
ເມື່ອໃຊ້ເຄີເຊີໂດຍກົງ, ການຍໍ້ໜ້າເບື້ອງຊ້າຍຈະຖືກຕັ້ງຢູ່ໃນຕຳແໜ່ງແນວນອນທີ່ທ່ານຄລິກເຄີເຊີ. ຍໍ້ໜ້າຈະຖືກຈັດແນວເບື້ອງຊ້າຍ.
ຕັ້ງຄ່າການຈັດແນວຍໍ້ໜ້າເມື່ອໃຊ້ເຄີເຊີໂດຍກົງ. ຂຶ້ນກັບຕຳແໜ່ງທີ່ຄລິກເມົາສ໌, ຍໍ້ໜ້າຈະຖືກຈັດຮູບແບບໃຫ້ຊິດຊ້າຍ, ຢູ່ເຄິ່ງກາງ ຫຼື ຊິດຂວາ. ເຄີເຊີກ່ອນການຄລິກຈະສະແດງດ້ວຍຮູບສາມຫຼ່ຽມເພື່ອບອກວ່າຈະເປັນການຈັດແນວແບບໃດ.
ທຸກຕົວເລືອກການແຊກຈະນຳໃຊ້ສະເພາະກັບຍໍ້ໜ້າປັດຈຸບັນທີ່ສ້າງຂຶ້ນດ້ວຍເຄີເຊີໂດຍກົງເທົ່ານັ້ນ.
ກຳນົດຈຸດຍຶດເລີ່ມຕົ້ນສຳລັບຮູບພາບທີ່ແຊກເຂົ້າໄປ. ຕົວເລືອກທີ່ມີຄື:
ເລືອກຕົວເລືອກນີ້ເພື່ອໃຫ້ Writer ໃສ່ວົງເລັບ (), ວົງເລັບຫຼ່ຽມ [], ວົງເລັບປີກກາ {} ຫຼື ເຄື່ອງໝາຍຄຳເວົ້າ "" ອ້ອມຂໍ້ຄວາມທີ່ເລືອກໂດຍອັດຕະໂນມັດ ເມື່ອໃດກໍຕາມທີ່ທ່ານກົດຕົວອັກສອນເປີດ. ພຽງແຕ່ເລືອກຂໍ້ຄວາມ ແລະ ກົດຕົວອັກສອນເປີດ ເພື່ອໃສ່ທັງເຄື່ອງໝາຍເປີດ ແລະ ປິດອ້ອມຂໍ້ຄວາມນັ້ນ.
ເລືອກຕົວເລືອກນີ້ເພື່ອສະແດງຂອບເຂດວັດຖຸໂດຍເລີ່ມຕົ້ນ. ທ່ານຍັງສາມາດສະແດງ ຫຼື ເເຊື່ອງຂອບເຂດໄດ້ໂດຍການເລືອກ ເທິງແຖບເມນູ.
ເສັ້ນຮ່າງຂອບ: ສະແດງເສັ້ນບາງໆເພື່ອບອກຂອບຂອງໜ້າ.
ເຄື່ອງໝາຍຕັດ (Crop marks): ສະແດງເຄື່ອງໝາຍຢູ່ມຸມຂອງກ່ອງຂອບໜ້າ.
ສະແດງຂອບເຂດຂອງສ່ວນ ແລະ ກອບ. ເສັ້ນບາງໆຈະບອກຂອບຂອງສ່ວນ ຫຼື ກອບເມື່ອບໍ່ມີການໃສ່ເສັ້ນຂອບ.
ສະແດງຂອບເຂດຂອງຫ້ອງຕາຕະລາງ. ເສັ້ນຈາງໆ ຈະບົ່ງບອກເຖິງຂອບຂອງຫ້ອງ ເມື່ອບໍ່ມີການນຳໃຊ້ເສັ້ນຂອບ.