ການແຊກວັດຖຸຈາກຄັງຮູບ

ທ່ານສາມາດແຊກວັດຖຸຈາກ ຄັງຮູບ ເຂົ້າໃນເອກະສານຂໍ້ຄວາມ, ສະເປຣດຊີດ, ຮູບແຕ້ມ ຫຼື ການນຳສະເໜີ ໄດ້ໂດຍການລາກ ແລະ ວາງ ຫຼື ໃຊ້ເມນູລັດ. ການແຊກວັດຖຸຈະເປັນການສ້າງສຳເນົາຂອງວັດຖຸນັ້ນ, ດັ່ງນັ້ນການປ່ຽນແປງໃດໆກັບວັດຖຸໃນເອກະສານຂອງທ່ານ ຈະບໍ່ມີຜົນກະທົບຕໍ່ວັດຖຸໃນຄັງຮູບ.

ການແຊກວັດຖຸເຂົ້າໃນເອກະສານ

  1. ເປີດ ຄັງຮູບ.

  2. ເລືອກຫົວຂໍ້.

  3. ເລືອກວັດຖຸໂດຍການຄລິກພຽງຄັ້ງດຽວ.

  4. ລາກວັດຖຸເຂົ້າໄປໃນເອກະສານ, ຫຼື ຄລິກຂວາເພື່ອເປີດເມນູລັດ ແລະ ເລືອກ ແຊກ.

ການແທນທີ່ວັດຖຸໃນເອກະສານ

ໂດຍການລາກ ແລະ ວາງ

  1. ເປີດ ຄັງຮູບ.

  2. ເລືອກຫົວຂໍ້.

  3. ເລືອກວັດຖຸໂດຍການຄລິກພຽງຄັ້ງດຽວ.

  4. ລາກວັດຖຸໄປວາງທັບວັດຖຸທີ່ທ່ານຕ້ອງການແທນທີ່ ໃນຂະນະທີ່ກົດປຸ່ມ ຄ້າງໄວ້.

ໂດຍການໃຊ້ເມນູລັດ

  1. ເປີດ ຄັງຮູບ

  2. ເລືອກຫົວຂໍ້.

  3. ຄລິກຊ້າຍໃສ່ວັດຖຸທີ່ທ່ານຕ້ອງການຈະແທນທີ່.

  4. ຄລິກຂວາໃສ່ວັດຖຸທີ່ທ່ານຕ້ອງການຈະເອົາມາແທນທີ່ ແລະ ເລືອກ ແຊກ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!