ການແຊກແຜນພູມ

ມີຫຼາຍວິທີໃນການເລີ່ມສ້າງແຜນພູມ:

ໄອຄອນ ບັນທຶກ

ໃນ Calc, ແຜນພູມແມ່ນວັດຖຸໃນແຜ່ນງານທີ່ສາມາດກັອບປີ້ ແລະ ວາງໃສ່ແຜ່ນງານອື່ນຂອງເອກະສານດຽວກັນໄດ້, ຊຸດຂໍ້ມູນຈະຍັງຄົງເຊື່ອມຕໍ່ກັບຊ່ວງຂໍ້ມູນໃນແຜ່ນງານອື່ນ. ຖ້າມັນຖືກວາງໃສ່ເອກະສານ Calc ອື່ນ, ມັນຈະມີຕາຕະລາງຂໍ້ມູນແຜນພູມຂອງມັນເອງ ແລະ ຈະບໍ່ເຊື່ອມຕໍ່ກັບຊ່ວງຂໍ້ມູນຕົ້ນສະບັບອີກຕໍ່ໄປ.


ແຜນພູມໃນຕາຕະລາງຄຳນວນ Calc

  1. ຄລິກພາຍໃນຊ່ວງຫ້ອງທີ່ທ່ານຕ້ອງການສະແດງໃນແຜນພູມ.

  2. ຄລິກໄອຄອນ ແຊກແຜນພູມ ໃນແຖບເຄື່ອງມື ມາດຕະຖານ.

    ທ່ານຈະເຫັນຕົວຢ່າງແຜນພູມ ແລະ ຕົວຊ່ວຍສ້າງແຜນພູມ.

  3. ປະຕິບັດຕາມຄຳແນະນຳໃນ ຕົວຊ່ວຍສ້າງແຜນພູມ ເພື່ອສ້າງແຜນພູມ.

ແຜນພູມໃນເອກະສານຂໍ້ຄວາມ Writer

ໃນເອກະສານ Writer, ທ່ານສາມາດແຊກແຜນພູມໂດຍອີງຕາມຄ່າໃນຕາຕະລາງ Writer ໄດ້.

  1. ຄລິກພາຍໃນຕາຕະລາງ Writer.

  2. ເລືອກ ແຊກ - ແຜນພູມ.

    ທ່ານຈະເຫັນຕົວຢ່າງແຜນພູມ ແລະ ຕົວຊ່ວຍສ້າງແຜນພູມ.

  3. ປະຕິບັດຕາມຄຳແນະນຳໃນ ຕົວຊ່ວຍສ້າງແຜນພູມ ເພື່ອສ້າງແຜນພູມ.

ແຜນພູມໂດຍອີງຕາມຄ່າຂອງມັນເອງ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!