ການຊ່ວຍເຫຼືອ LibreOffice 26.2
LibreOffice ຮອງຮັບເຄື່ອງມືເຕັກໂນໂລຊີຊ່ວຍເຫຼືອບາງຢ່າງ ເຊັ່ນ: ຊອບແວຂະຫຍາຍໜ້າຈໍ, ເຄື່ອງອ່ານໜ້າຈໍ ແລະ ຄີບອດເທິງໜ້າຈໍ.
ລາຍຊື່ເຄື່ອງມືຊ່ວຍເຫຼືອທີ່ຮອງຮັບໃນປັດຈຸບັນສາມາດເບິ່ງໄດ້ທີ່ Wiki ທີ່ https://wiki.documentfoundation.org/Accessibility.
LibreOffice ໃຫ້ຄວາມສາມາດໃນການໃຊ້ອຸປະກອນປ້ອນຂໍ້ມູນທາງເລືອກເພື່ອເຂົ້າເຖິງທຸກຟັງຊັນຂອງ LibreOffice.
ຊອບແວຂະຫຍາຍໜ້າຈໍຊ່ວຍໃຫ້ຜູ້ໃຊ້ທີ່ມີສາຍຕາຜິດປົກກະຕິສາມາດເຮັດວຽກໃນ LibreOffice ດ້ວຍການຕິດຕາມ caret ແລະ ຈຸດໂຟກັດ.
ຄີບອດເທິງໜ້າຈໍຊ່ວຍໃຫ້ຜູ້ໃຊ້ສາມາດປ້ອນຂໍ້ມູນ ແລະ ໃຊ້ຄຳສັ່ງເກືອບທັງໝົດໄດ້ດ້ວຍເມົາສ໌.
ເຄື່ອງອ່ານໜ້າຈໍຊ່ວຍໃຫ້ຜູ້ພິການທາງສາຍຕາສາມາດເຂົ້າເຖິງ LibreOffice ດ້ວຍລະບົບສຽງອ່ານຂໍ້ຄວາມ ແລະ ຈໍສະແດງຜົນອັກສອນເບຣວ.