ຊອຣ໌ສ HTML
ສະແດງຂໍ້ຄວາມຊອຣ໌ສຂອງເອກະສານ HTML ປັດຈຸບັນ. ມຸມມອງນີ້ມີໃຫ້ໃຊ້ເມື່ອສ້າງເອກະສານ HTML ໃໝ່ ຫຼື ເປີດເອກະສານທີ່ມີຢູ່ແລ້ວ.
ໃນໂໝດ ຊອຣ໌ສ HTML, ທ່ານສາມາດເບິ່ງ ແລະ ແກ້ໄຂ ແທັກ ຂອງ HTML ໄດ້. ໃຫ້ບັນທຶກເອກະສານເປັນໄຟລ໌ຂໍ້ຄວາມທຳມະດາ. ໂດຍກຳນົດນາມສະກຸນເປັນ .html ຫຼື .htm ເພື່ອລະບຸວ່າເອກະສານນັ້ນເປັນ HTML.