ການຊ່ວຍເຫຼືອ LibreOffice 26.2
ດ້ວຍຟິວແບບປະສົມ (combination fields), ທ່ານສາມາດບັນທຶກຄ່າຂອງຟິວໃນຖານຂໍ້ມູນ ຫຼື ສະແດງຄ່ານີ້ໃນຟອມກໍໄດ້.
ຄ່າທີ່ຜູ້ໃຊ້ປ້ອນໃນຟິວແບບປະສົມ ຫຼື ເລືອກໃນລາຍການສາມາດບັນທຶກໄວ້ໃນຕາຕະລາງຖານຂໍ້ມູນທີ່ຟອມເຂົ້າເຖິງຢູ່. ໝາຍເຫດວ່າ ການບັນທຶກຄ່າລົງໃນຕາຕະລາງອື່ນແມ່ນບໍ່ສາມາດເຮັດໄດ້. ຖ້າບໍ່ບັນທຶກຄ່າໃນຖານຂໍ້ມູນ, ພວກມັນຈະຖືກບັນທຶກໄວ້ໃນຟອມເທົ່ານັ້ນ. ສິ່ງນີ້ມີປະໂຫຍດຫຼາຍໃນຟອມ HTML ເຊິ່ງຄ່າທີ່ຜູ້ໃຊ້ປ້ອນ ຫຼື ເລືອກຈະຖືກສົ່ງໄປຫາເຊີບເວີ.
ມີສອງຕົວເລືອກສຳລັບຄຳຖາມນີ້:
ລະບຸວ່າຄ່າຂອງຟິວແບບປະສົມທີ່ຜູ້ໃຊ້ປ້ອນ ຫຼື ເລືອກນັ້ນຄວນຖືກບັນທຶກໄວ້ໃນຟິວຖານຂໍ້ມູນ ຫຼື ບໍ່. ຈະມີຟິວຕາຕະລາງຖານຂໍ້ມູນຫຼາຍອັນທີ່ສາມາດເຂົ້າເຖິງໄດ້ໃນຟອມປັດຈຸບັນມາໃຫ້ເລືອກ.
ໃນ ຕົວຄວບຄຸມ - ຄຸນສົມບັດ ຟິວທີ່ເລືອກຈະສະແດງເປັນລາຍການໃນໜ້າແທັບ ຂໍ້ມູນ ພາຍໃຕ້ ຟິວຂໍ້ມູນ.
ລະບຸຟິວຂໍ້ມູນທີ່ຈະໃຊ້ບັນທຶກຄ່າຂອງຟິວແບບປະສົມ.
ລະບຸວ່າຄ່າຂອງຟິວແບບປະສົມນີ້ຈະບໍ່ຖືກຂຽນລົງໃນຖານຂໍ້ມູນ ແລະ ຈະຖືກບັນທຶກໄວ້ໃນຟອມເທົ່ານັ້ນ.