ສະແດງຟັງຊັນການແຕ້ມ

ຄລິກເພື່ອເປີດ ຫຼື ປິດແຖບ ການແຕ້ມ, ເຊິ່ງທ່ານສາມາດເພີ່ມຮູບຊົງ, ເສັ້ນ, ຂໍ້ຄວາມ ແລະ ກ່ອງຄໍາບັນຍາຍໃສ່ໃນເອກະສານປັດຈຸບັນ.

ທ່ານສາມາດເປີດ ແລະ ປິດແຖບເຄື່ອງມື ການແຕ້ມ ຂອງເອກະສານ Writer ແລະ Calc ໄດ້ໂດຍໃຊ້ໄອຄອນເທິງແຖບເຄື່ອງມື ມາດຕະຖານ.

ໄອຄອນສະແດງຟັງຊັນການແຕ້ມ

ສະແດງຟັງຊັນການແຕ້ມ

ໄອຄອນ ເຄັດລັບ

ທ່ານສາມາດປ່ຽນແປງປຸ່ມທີ່ຈະໃຫ້ສະແດງໃນແຖບເຄື່ອງມືໄດ້. ຄລິກຂວາໃສ່ແຖບເຄື່ອງມືເພື່ອເຂົ້າຫາຄຳສັ່ງ ປຸ່ມທີ່ສະແດງ.


ການເລືອກ

ໄອຄອນການເລືອກ

ຊ່ວຍໃຫ້ທ່ານເລືອກວັດຖຸໃນເອກະສານປັດຈຸບັນ. ເພື່ອເລືອກວັດຖຸໃດໜຶ່ງ, ໃຫ້ຄລິກໃສ່ວັດຖຸນັ້ນດ້ວຍລູກສອນ. ເພື່ອເລືອກຫຼາຍກວ່າໜຶ່ງວັດຖຸ, ໃຫ້ລາກກອບການເລືອກອ້ອມຮອບວັດຖຸເຫຼົ່ານັ້ນ. ເພື່ອເພີ່ມວັດຖຸເຂົ້າໃນການເລືອກ, ໃຫ້ກົດ Shift ຄ້າງໄວ້ ແລ້ວຄລິກໃສ່ວັດຖຸນັ້ນ.

ເສັ້ນ

ໄອຄອນເສັ້ນ

ແຕ້ມເສັ້ນຊື່ຕາມບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ເພື່ອບັງຄັບໃຫ້ເສັ້ນຢູ່ທີ່ມຸມ 45 ອົງສາ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ໄອຄອນ ເຄັດລັບ

ເພື່ອໃສ່ຂໍ້ຄວາມໃສ່ໃນເສັ້ນ, ໃຫ້ດັບເບິນຄລິກທີ່ເສັ້ນນັ້ນ ແລ້ວພິມ ຫຼື ວາງຂໍ້ຄວາມຂອງທ່ານ. ທິດທາງຂອງຂໍ້ຄວາມຈະກົງກັບທິດທາງທີ່ທ່ານລາກເພື່ອແຕ້ມເສັ້ນ. ເພື່ອເຊື່ອງເສັ້ນ, ໃຫ້ເລືອກ ບໍ່ສະແດງເສັ້ນ (Invisible) ໃນກ່ອງ ຮູບແບບເສັ້ນ ເທິງແຖບ ຄຸນສົມບັດວັດຖຸການແຕ້ມ.


ຮູບສີ່ແຈສາກ

ໄອຄອນຮູບສີ່ແຈສາກ

ແຕ້ມຮູບສີ່ແຈສາກຕາມບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ຄລິກໃສ່ບ່ອນທີ່ທ່ານຕ້ອງການວາງມຸມຂອງຮູບສີ່ແຈສາກ, ແລ້ວລາກໃຫ້ໄດ້ຂະໜາດທີ່ຕ້ອງການ. ເພື່ອແຕ້ມຮູບຈະຕຸລັດ (ສີ່ແຈສາກສະເໝີ), ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ຮູບຮີ

ໄອຄອນຮູບຮີ

ແຕ້ມຮູບວົງຮີຕາມບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ຄລິກໃສ່ບ່ອນທີ່ທ່ານຕ້ອງການແຕ້ມຮູບວົງຮີ, ແລ້ວລາກໃຫ້ໄດ້ຂະໜາດທີ່ຕ້ອງການ. ເພື່ອແຕ້ມຮູບວົງມົນ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ຮູບຫຼາຍແຈ

ໄອຄອນຮູບຫຼາຍແຈ

ແຕ້ມເສັ້ນທີ່ປະກອບດ້ວຍຊຸດຂອງສ່ວນເສັ້ນຊື່. ລາກເພື່ອແຕ້ມສ່ວນເສັ້ນ, ຄລິກເພື່ອຕັ້ງຈຸດສິ້ນສຸດຂອງສ່ວນເສັ້ນ, ແລ້ວລາກເພື່ອແຕ້ມສ່ວນເສັ້ນໃໝ່. ດັບເບິນຄລິກເພື່ອສິ້ນສຸດການແຕ້ມເສັ້ນ. ເພື່ອສ້າງຮູບຊົງປິດ, ໃຫ້ດັບເບິນຄລິກທີ່ຈຸດເລີ່ມຕົ້ນຂອງເສັ້ນ.

ກົດປຸ່ມ Shift ຄ້າງໄວ້ໃນຂະນະທີ່ແຕ້ມຮູບຫຼາຍແຈ ເພື່ອວາງຈຸດໃໝ່ຢູ່ທີ່ມຸມ 45 ອົງສາ.

ໂໝດ ແກ້ໄຂຈຸດ ຊ່ວຍໃຫ້ທ່ານສາມາດປັບແກ້ແຕ່ລະຈຸດຂອງຮູບຫຼາຍແຈໄດ້.

ເສັ້ນໂຄ້ງ

ໄອຄອນເສັ້ນໂຄ້ງ

ແຕ້ມເສັ້ນໂຄ້ງ Bezier ທີ່ລຽບງ່າຍ. ຄລິກບ່ອນທີ່ຕ້ອງການໃຫ້ເສັ້ນໂຄ້ງເລີ່ມຕົ້ນ, ລາກ, ປ່ອຍ, ແລ້ວຍ້າຍຕົວຊີ້ໄປບ່ອນທີ່ຕ້ອງການໃຫ້ເສັ້ນໂຄ້ງສິ້ນສຸດແລ້ວຄລິກ. ຍ້າຍຕົວຊີ້ແລ້ວຄລິກອີກຄັ້ງເພື່ອເພີ່ມສ່ວນເສັ້ນຊື່ໃສ່ໃນເສັ້ນໂຄ້ງ. ດັບເບິນຄລິກເພື່ອສິ້ນສຸດການແຕ້ມເສັ້ນໂຄ້ງ. ເພື່ອສ້າງຮູບຊົງປິດ, ໃຫ້ດັບເບິນຄລິກທີ່ຈຸດເລີ່ມຕົ້ນຂອງເສັ້ນໂຄ້ງ. ຄວາມໂຄ້ງຂອງເສັ້ນແມ່ນກຳນົດໂດຍໄລຍະຫ່າງທີ່ທ່ານລາກ.

ເສັ້ນແຕ້ມດ້ວຍມື

ໄອຄອນເສັ້ນແຕ້ມດ້ວຍມື

ແຕ້ມເສັ້ນແບບອິດສະຫຼະ (ແຕ້ມດ້ວຍມື) ຕາມບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ເພື່ອສິ້ນສຸດເສັ້ນ, ໃຫ້ປ່ອຍປຸ່ມເມົ້າ. ເພື່ອແຕ້ມຮູບຊົງປິດ, ໃຫ້ປ່ອຍປຸ່ມເມົ້າຢູ່ໃກ້ກັບຈຸດເລີ່ມຕົ້ນຂອງເສັ້ນ.

ເສັ້ນໂຄ້ງວົງມົນ

ໄອຄອນເສັ້ນໂຄ້ງວົງມົນ

ແຕ້ມເສັ້ນໂຄ້ງວົງມົນໃນເອກະສານປັດຈຸບັນ. ເພື່ອແຕ້ມເສັ້ນໂຄ້ງ, ໃຫ້ລາກຮູບວົງຮີໃຫ້ໄດ້ຂະໜາດທີ່ຕ້ອງການ, ແລ້ວຄລິກເພື່ອຕັ້ງຈຸດເລີ່ມຕົ້ນຂອງເສັ້ນໂຄ້ງ. ຍ້າຍຕົວຊີ້ໄປຫາບ່ອນທີ່ຕ້ອງການວາງຈຸດສິ້ນສຸດແລ້ວຄລິກ. ທ່ານບໍ່ຈຳເປັນຕ້ອງຄລິກໃສ່ຮູບວົງຮີ. ເພື່ອແຕ້ມເສັ້ນໂຄ້ງທີ່ອີງໃສ່ວົງມົນ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ຮູບຮີແບ່ງສ່ວນ

ໄອຄອນຮູບຮີແບ່ງສ່ວນ

ແຕ້ມຮູບຊົງແບບເຕີມສີທີ່ກຳນົດໂດຍເສັ້ນໂຄ້ງຂອງວົງຮີ ແລະ ເສັ້ນລັດສະໝີສອງເສັ້ນໃນເອກະສານປັດຈຸບັນ. ເພື່ອແຕ້ມຮູບຮີແບ່ງສ່ວນ, ໃຫ້ລາກຮູບວົງຮີໃຫ້ໄດ້ຂະໜາດທີ່ຕ້ອງການ, ແລ້ວຄລິກເພື່ອຕັ້ງເສັ້ນລັດສະໝີທຳອິດ. ຍ້າຍຕົວຊີ້ໄປຫາບ່ອນທີ່ຕ້ອງການວາງເສັ້ນລັດສະໝີທີສອງແລ້ວຄລິກ. ທ່ານບໍ່ຈຳເປັນຕ້ອງຄລິກໃສ່ຮູບວົງຮີ. ເພື່ອແຕ້ມຮູບວົງມົນແບ່ງສ່ວນ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ສ່ວນຕັດຂອງວົງມົນ

ໄອຄອນສ່ວນຕັດຂອງວົງມົນ

ແຕ້ມຮູບຊົງແບບເຕີມສີທີ່ກຳນົດໂດຍເສັ້ນໂຄ້ງຂອງວົງມົນ ແລະ ເສັ້ນຜ່ານສູນກາງໃນເອກະສານປັດຈຸບັນ. ເພື່ອແຕ້ມສ່ວນຕັດຂອງວົງມົນ, ໃຫ້ລາກວົງມົນໃຫ້ໄດ້ຂະໜາດທີ່ຕ້ອງການ, ແລ້ວຄລິກເພື່ອຕັ້ງຈຸດເລີ່ມຕົ້ນຂອງເສັ້ນຜ່ານສູນກາງ. ຍ້າຍຕົວຊີ້ໄປຫາບ່ອນທີ່ຕ້ອງການວາງຈຸດສິ້ນສຸດຂອງເສັ້ນຜ່ານສູນກາງແລ້ວຄລິກ. ທ່ານບໍ່ຈຳເປັນຕ້ອງຄລິກໃສ່ວົງມົນ. ເພື່ອແຕ້ມສ່ວນຕັດຂອງຮູບຮີ, ໃຫ້ກົດ Shift ຄ້າງໄວ້ໃນຂະນະທີ່ລາກ.

ກ່ອງຂໍ້ຄວາມ

ແຕ້ມກ່ອງຂໍ້ຄວາມທີ່ມີທິດທາງຂໍ້ຄວາມຕາມລວງນອນບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ລາກກ່ອງຂໍ້ຄວາມໃຫ້ມີຂະໜາດທີ່ທ່ານຕ້ອງການຢູ່ບ່ອນໃດກໍໄດ້ໃນເອກະສານ, ຈາກນັ້ນພິມ ຫຼື ວາງຂໍ້ຄວາມຂອງທ່ານ. ໝຸນກ່ອງຂໍ້ຄວາມເພື່ອໃຫ້ໄດ້ຂໍ້ຄວາມທີ່ໝຸນ.

ພາບເຄື່ອນໄຫວຂໍ້ຄວາມ

ເພີ່ມຜົນກະທົບພາບເຄື່ອນໄຫວໃຫ້ກັບຂໍ້ຄວາມໃນວັດຖຸທີ່ເລືອກ.

ກ່ອງຄໍາບັນຍາຍ

ໄອຄອນກ່ອງຄໍາບັນຍາຍ

ແຕ້ມເສັ້ນທີ່ສິ້ນສຸດດ້ວຍກ່ອງຄໍາບັນຍາຍສີ່ແຈສາກທີ່ມີທິດທາງຂໍ້ຄວາມແນວນອນ ຈາກບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ລາກຈຸດປັບຂອງກ່ອງຄໍາບັນຍາຍເພື່ອປ່ຽນຂະໜາດ. ເພື່ອເພີ່ມຂໍ້ຄວາມ, ໃຫ້ຄລິກທີ່ຂອບຂອງກ່ອງຄໍາບັນຍາຍ, ແລ້ວພິມ ຫຼື ວາງຂໍ້ຄວາມຂອງທ່ານ. ເພື່ອປ່ຽນກ່ອງຄໍາບັນຍາຍສີ່ແຈສາກໃຫ້ເປັນແບບມົນ, ໃຫ້ລາກຈຸດປັບມຸມທີ່ໃຫຍ່ທີ່ສຸດເມື່ອຕົວຊີ້ປ່ຽນເປັນຮູບມື.

ຮູບຊົງພື້ນຖານ

ເປີດແຖບເຄື່ອງມືຮູບຊົງພື້ນຖານ ເຊິ່ງທ່ານສາມາດໃຊ້ເພື່ອແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ຮູບຊົງພື້ນຖານ

ຮູບຊົງພື້ນຖານ

ຮູບຊົງສັນຍາລັກ

ເປີດແຖບເຄື່ອງມືຮູບຊົງສັນຍາລັກ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ຮູບຊົງສັນຍະລັກ

ຮູບຊົງສັນຍະລັກ

ລູກສອນແບບແທ່ງ

ເປີດແຖບເຄື່ອງມືລູກສອນແບບແທ່ງ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ລູກສອນບລັອກ

ລູກສອນບລັອກ

ຜັງງານ

ເປີດແຖບເຄື່ອງມືຜັງງານ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ຜັງງານ (Flowcharts)

ຜັງງານ

ຄຳບັນຍາຍຮູບພາບ

ເປີດແຖບເຄື່ອງມືຄຳບັນຍາຍຮູບພາບ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ຄຳບັນຍາຍ (Callouts)

ຄຳບັນຍາຍ

ຮູບດາວ ແລະ ປ້າຍ

ເປີດແຖບເຄື່ອງມືຮູບດາວ ແລະ ປ້າຍ ເຊິ່ງທ່ານສາມາດໃຊ້ແຊກກຣາຟິກເຂົ້າໃນເອກະສານຂອງທ່ານ.

ໄອຄອນ ຮູບດາວ

ຮູບດາວ

ສະຫຼັບໂໝດແກ້ໄຂຈຸດ

ຊ່ວຍໃຫ້ທ່ານສາມາດປ່ຽນຮູບຮ່າງຂອງວັດຖຸທີ່ແຕ້ມໄວ້ໄດ້.

ໄອຄອນ ສະຫຼັບໂໝດແກ້ໄຂຈຸດ

ສະຫຼັບໂໝດແກ້ໄຂຈຸດ

ຟອນເວີກ (Fontwork)

ເປີດກ່ອງໂຕ້ຕອບຟອນເວີກ ເຊິ່ງທ່ານສາມາດໃຊ້ແຊກຂໍ້ຄວາມທີ່ມີຮູບແບບພິເສດ ເຊິ່ງບໍ່ສາມາດເຮັດໄດ້ຜ່ານການຈັດຮູບແບບຟອນມາດຕະຖານ.

ໄອຄອນ ຟອນເວີກ

ຄັງຟອນເວີກ

ຈາກໄຟລ໌

ເປີດກ່ອງໂຕ້ຕອບການເລືອກໄຟລ໌ເພື່ອແຊກຮູບພາບເຂົ້າໃນເອກະສານປັດຈຸບັນ.

ໄອຄອນ ຮູບພາບ

ຮູບພາບ

ເປີດ/ປິດ ການດຶງຍືດ

ເປີດ ແລະ ປິດ ເອັບເຟັກ 3D ສຳລັບວັດຖຸທີ່ເລືອກ.

ໄອຄອນ ເປີດ/ປິດ ການດຶງຍືດ

ເປີດ/ປິດ ການດຶງຍືດ

ການຮອງຮັບພາສາອາຊີ

ຄຳສັ່ງເຫຼົ່ານີ້ສາມາດເຂົ້າເຖິງໄດ້ຫຼັງຈາກທີ່ທ່ານເປີດການຮອງຮັບສຳລັບພາສາອາຊີໃນ - ພາສາ ແລະ ທ້ອງຖິ່ນ - ທົ່ວໄປ.

ກ່ອງຄໍາບັນຍາຍແນວຕັ້ງ

ໄອຄອນກ່ອງຄໍາບັນຍາຍແນວຕັ້ງ

ແຕ້ມເສັ້ນທີ່ສິ້ນສຸດດ້ວຍກ່ອງຄໍາບັນຍາຍສີ່ແຈສາກທີ່ມີທິດທາງຂໍ້ຄວາມແນວຕັ້ງ ຈາກບ່ອນທີ່ທ່ານລາກໃນເອກະສານປັດຈຸບັນ. ລາກຈຸດປັບເພື່ອປ່ຽນຂະໜາດ. ເພື່ອເພີ່ມຂໍ້ຄວາມ, ໃຫ້ຄລິກທີ່ຂອບຂອງກ່ອງຄໍາບັນຍາຍ, ແລ້ວພິມ ຫຼື ວາງຂໍ້ຄວາມຂອງທ່ານ. ສາມາດໃຊ້ໄດ້ສະເພາະເມື່ອເປີດການຮອງຮັບພາສາອາຊີເທົ່ານັ້ນ.

ຂໍ້ຄວາມແນວຕັ້ງ

ໄອຄອນຂໍ້ຄວາມແນວຕັ້ງ

ແຕ້ມກ່ອງຂໍ້ຄວາມທີ່ມີທິດທາງຂໍ້ຄວາມແນວຕັ້ງ ບ່ອນທີ່ທ່ານຄລິກ ຫຼື ລາກໃນເອກະສານປັດຈຸບັນ. ຄລິກບ່ອນໃດກໍໄດ້ໃນເອກະສານ ແລ້ວພິມ ຫຼື ວາງຂໍ້ຄວາມຂອງທ່ານ. ສາມາດໃຊ້ໄດ້ສະເພາະເມື່ອເປີດການຮອງຮັບພາສາອາຊີເທົ່ານັ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!