ຍໍ້ໜ້າ
ແຖບ ຊ່ວຍໃຫ້ເຂົ້າເຖິງການຕັ້ງຄ່າຕ່າງໆ ເພື່ອປ່ຽນໄລຍະຫ່າງແຖວ, ການຫຍໍ້ໜ້າ ແລະ ໄລຍະຫ່າງລະຫວ່າງຍໍ້ໜ້າໃນຂໍ້ຄວາມທີ່ເລືອກ.
ຈາກແຖບຂ້າງ:
the sidebar deck and expand the panel.
ເລີ່ມຕົ້ນ
ຈັດຫຍໍ້ໜ້າໃຫ້ກົງກັບຈຸດເລີ່ມຕົ້ນຂອງແຖວຕາມທິດທາງການອ່ານ. ສຳລັບຂໍ້ຄວາມແນວຕັ້ງ (ເທິງລົງລຸ່ມ), ນີ້ໝາຍເຖິງການຈັດວາງໃຫ້ກົງກັບທາງເທິງ.
ສິ້ນສຸດ
ຈັດຫຍໍ້ໜ້າໃຫ້ກົງກັບຈຸດສິ້ນສຸດຂອງແຖວຕາມທິດທາງການອ່ານ. ສຳລັບຂໍ້ຄວາມແນວຕັ້ງ (ເທິງລົງລຸ່ມ), ນີ້ໝາຍເຖິງການຈັດວາງໃຫ້ກົງກັບທາງລຸ່ມ.
ຢູ່ເຄິ່ງກາງ
ຈັດເນື້ອໃນຂອງຫຍໍ້ໜ້າໃຫ້ຢູ່ເຄິ່ງກາງຂອງໜ້າເຈ້ຍ.
ຈັດວາງໄວ້ກາງຕາມລວງນອນໄວ້ກາງ
ສະເໝີຂອບ
ຈັດຫຍໍ້ໜ້າໃຫ້ສະເໝີທັງຂອບໜ້າເຈ້ຍເບື້ອງຊ້າຍ ແລະ ເບື້ອງຂວາ.
Left-to-Right
ກຳນົດໃຫ້ຂໍ້ຄວາມໄຫຼຈາກຊ້າຍຫາຂວາ.
Right-to-Left
ກຳນົດໃຫ້ຂໍ້ຄວາມໄຫຼຈາກຂວາຫາຊ້າຍ.
ໄລຍະຫ່າງ
ເພີ່ມໄລຍະຫ່າງຍໍ້ໜ້າຢູ່ເທິງຍໍ້ໜ້າທີ່ເລືອກ.
ຫຼຸດໄລຍະຫ່າງຍໍ້ໜ້າຢູ່ເທິງຍໍ້ໜ້າທີ່ເລືອກ.
ເທິງຫຍໍ້ໜ້າ
ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການປະໄວ້ທາງເທິງຫຍໍ້ໜ້າທີ່ເລືອກ.
ລຸ່ມຫຍໍ້ໜ້າ
ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການປະໄວ້ທາງລຸ່ມຫຍໍ້ໜ້າທີ່ເລືອກ.
ລະບຸຈຳນວນໄລຍະຫ່າງທີ່ຈະປະໄວ້ລະຫວ່າງແຖວຂໍ້ຄວາມໃນຫຍໍ້ໜ້າ.
ການຍັບເຂົ້າມາ
ຫຼຸດການຍັບຍໍ້ໜ້າເບື້ອງຊ້າຍຂອງຍໍ້ໜ້າປັດຈຸບັນ ຫຼື ເນື້ອໃນຫ້ອງ ແລະ ຕັ້ງມັນໄປຫາຕຳແໜ່ງແທັບມາດຕະຖານກ່ອນໜ້າ.
ເພີ່ມການຍັບຍໍ້ໜ້າເບື້ອງຊ້າຍຂອງຍໍ້ໜ້າປັດຈຸບັນ ຫຼື ເນື້ອໃນຫ້ອງ ແລະ ຕັ້ງມັນໄປຫາຕຳແໜ່ງແທັບມາດຕະຖານຖັດໄປ.
ຍັບເຂົ້າມາກ່ອນຂໍ້ຄວາມ
ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການຍໍ້ໜ້າຈາກຂອບໜ້າເຈ້ຍ. ຖ້າທ່ານຕ້ອງການໃຫ້ຫຍໍ້ໜ້າຢື່ນອອກໄປໃນຂອບໜ້າເຈ້ຍ, ໃຫ້ປ້ອນຕົວເລກລົບ. ໃນພາສາທີ່ຂຽນຈາກຊ້າຍຫາຂວາ, ຂອບເບື້ອງຊ້າຍຂອງຫຍໍ້ໜ້າຈະຖືກຍໍ້ເຂົ້າມາຈາກຂອບໜ້າເຈ້ຍເບື້ອງຊ້າຍ. ໃນພາສາທີ່ຂຽນຈາກຂວາຫາຊ້າຍ, ຂອບເບື້ອງຂວາຂອງຫຍໍ້ໜ້າຈະຖືກຍໍ້ເຂົ້າມາຈາກຂອບໜ້າເຈ້ຍເບື້ອງຂວາ.
ຍັບເຂົ້າມາຫຼັງຂໍ້ຄວາມ
ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການຍໍ້ໜ້າຈາກຂອບໜ້າເຈ້ຍ. ຖ້າທ່ານຕ້ອງການໃຫ້ຫຍໍ້ໜ້າຢື່ນອອກໄປໃນຂອບໜ້າເຈ້ຍ, ໃຫ້ປ້ອນຕົວເລກລົບ. ໃນພາສາທີ່ຂຽນຈາກຊ້າຍຫາຂວາ, ຂອບເບື້ອງຂວາຂອງຫຍໍ້ໜ້າຈະຖືກຍໍ້ເຂົ້າມາຈາກຂອບໜ້າເຈ້ຍເບື້ອງຂວາ. ໃນພາສາທີ່ຂຽນຈາກຂວາຫາຊ້າຍ, ຂອບເບື້ອງຊ້າຍຂອງຫຍໍ້ໜ້າຈະຖືກຍໍ້ເຂົ້າມາຈາກຂອບໜ້າເຈ້ຍເບື້ອງຊ້າຍ.
ຍັບແຖວທຳອິດເຂົ້າມາ
ຍໍ້ແຖວທຳອິດຂອງຫຍໍ້ໜ້າຕາມຈຳນວນທີ່ທ່ານປ້ອນເຂົ້າ. ເພື່ອສ້າງການຍໍ້ໜ້າແບບຫ້ອຍ (hanging indent), ໃຫ້ປ້ອນຄ່າບວກສຳລັບ "ກ່ອນຂໍ້ຄວາມ" ແລະ ຄ່າລົບສຳລັບ "ແຖວທຳອິດ". ເພື່ອຍໍ້ແຖວທຳອິດຂອງຫຍໍ້ໜ້າທີ່ໃຊ້ລຳດັບເລກ ຫຼື ຫົວຂໍ້ຍ່ອຍ, ໃຫ້ເລືອກ "ຮູບແບບ - ຫົວຂໍ້ຍ່ອຍ ແລະ ລຳດັບເລກ - ຕຳແໜ່ງ".