ໂຕອັກສອນ

ແຖບ ໂຕອັກສອນ ຊ່ວຍໃຫ້ເຂົ້າເຖິງການຕັ້ງຄ່າຕ່າງໆ ເພື່ອປ່ຽນຮູບແບບຂອງໂຕອັກສອນດ່ຽວ ຫຼື ທັງໝົດຄຳສັບ ແລະ ວະລີ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບຂ້າງ:

ເປີດສ່ວນ ຄຸນສົມບັດ ໃນແຖບຂ້າງ ແລະ ຂະຫຍາຍແຖບ ໂຕອັກສອນ ອອກ.

ໄອຄອນຄຸນສົມບັດ

ຄຸນສົມບັດ


ຊື່ຟອນ

ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.

ໄອຄອນ

ຊື່ຟອນ

ຂະໜາດຟອນ

ປ້ອນ ຫຼື ເເລືອກຂະໜາດຟອນທີ່ທ່ານຕ້ອງການນຳໃຊ້. ສໍາລັບຟອນທີ່ປັບຂະໜາດໄດ້, ທ່ານຍັງສາມາດປ້ອນຄ່າທົດສະນິຍົມໄດ້.

ຫາກທ່ານກຳລັງສ້າງສະໄຕລ໌ທີ່ອີງໃສ່ສະໄຕລ໌ອື່ນ, ທ່ານສາມາດປ້ອນຄ່າເປັນເປີເຊັນ ຫຼື ຄ່າເປັນພອຍ (point) ໄດ້ (ຕົວຢ່າງ: -2pt ຫຼື +5pt).

ໄອຄອນເທິງແຖບຈັດຮູບແບບ:

ຕົວໜາ

ໄອຄອນ ຕົວໜາ

ຕົວໜາ

ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວໜາ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວໜາ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວໜາຢູ່ແລ້ວ, ຮູບແບບຕົວໜາຈະຖືກຍົກເລີກ.

ຕົວເນັ້ນ

ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວອຽງ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວອຽງ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວອຽງຢູ່ແລ້ວ, ຮູບແບບຕົວອຽງຈະຖືກຍົກເລີກ.

ໄອຄອນ ຕົວເນີ້ງ

ຕົວເນີ້ງ

ຂີດກ້ອງ

ຂີດກ້ອງ ຫຼື ຍົກເລີກການຂີດກ້ອງຈາກຂໍ້ຄວາມທີ່ເລືອກ.

ໄອຄອນ ຂີດກ້ອງ

ຂີດກ້ອງ

ຂີດຂ້າ

ຂີດເສັ້ນຂ້າຂໍ້ຄວາມທີ່ເລືອກ, ຫຼື ຫາກເຄີເຊີຢູ່ໃນຄຳສັບ, ຈະຂີດຂ້າທັງຄຳສັບນັ້ນ.

ໄອຄອນ ຂີດທັບ

ຂີດທັບ

ເງົາ

ເພີ່ມເງົາທີ່ຕົກລົງທາງລຸ່ມ ແລະ ທາງຂວາຂອງອັກສອນທີ່ເລືອກ.

ໄອຄອນເງົາ

ເງົາ

ລຶບການຈັດຮູບແບບໂດຍກົງ

ລຶບການຈັດຮູບແບບໂດຍກົງອອກຈາກສ່ວນທີ່ເລືອກ.

ໄອຄອນ ລ້າງການຈັດຮູບແບບໂດຍກົງ

ລ້າງການຈັດຮູບແບບໂດຍກົງ

ເພີ່ມຂະໜາດ

ເພີ່ມຂະໜາດຕົວອັກສອນຂອງຂໍ້ຄວາມທີ່ເລືອກ.

ໄອຄອນ ເພີ່ມຂະໜາດ

ເພີ່ມຂະໜາດ

ຫຼຸດຂະໜາດ

ຫຼຸດຂະໜາດຟອນຂອງຂໍ້ຄວາມທີ່ເລືອກ.

ໄອຄອນ ຫຼຸດຂະໜາດ

ຫຼຸດຂະໜາດ

ສີຟອນ

ໄອຄອນສີຕົວອັກສອນ

ສີຕົວອັກສອນ

ການເນັ້ນຕົວອັກສອນ

ນຳໃຊ້ສີເນັ້ນປັດຈຸບັນໃຫ້ກັບ ຂໍ້ຄວາມທີ່ເລືອກ.

ໄອຄອນສີເນັ້ນຕົວອັກສອນ

ໄອຄອນສີເນັ້ນຕົວອັກສອນ

ໄລຍະຫ່າງ

ກຳນົດໄລຍະຫ່າງລະຫວ່າງຕົວອັກສອນຂອງຂໍ້ຄວາມທີ່ເລືອກ. ປ້ອນຄ່າທີ່ທ່ານຕ້ອງການຂະຫຍາຍ ຫຼື ບີບຂໍ້ຄວາມໃນປຸ່ມປັບຄ່າ.

ໄອຄອນ ເຄັດລັບ

ເພື່ອເພີ່ມໄລຍະຫ່າງ, ໃຫ້ຕັ້ງຄ່າເປັນບວກ; ເພື່ອຫຼຸດໄລຍະຫ່າງ, ໃຫ້ຕັ້ງຄ່າເປັນລົບ.


ໄອຄອນໄລຍະຫ່າງ

ໄລຍະຫ່າງ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!