ການຊ່ວຍເຫຼືອ LibreOffice 26.2
ເພີ່ມ ແລະ ເອົາລາຍເຊັນດີຈີຕອນອອກຈາກເອກະສານຂອງທ່ານ. ທ່ານຍັງສາມາດໃຊ້ກ່ອງໂຕ້ຕອບເພື່ອເບິ່ງໃບຢັ້ງຢືນໄດ້.
ທ່ານຕ້ອງບັນທຶກໄຟລ໌ກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນກັບໄຟລ໌ໄດ້.
ທ່ານຕ້ອງບັນທຶກໄຟລ໌ໃນຮູບແບບ OpenDocument ຫຼື OOXML ຫຼື ສົ່ງອອກເປັນ PDF ກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນ X509 ກັບໄຟລ໌ໄດ້. ທ່ານຕ້ອງບັນທຶກໄຟລ໌ໃນຮູບແບບ OpenDocument ແລະ ຕິດຕັ້ງ GnuPG ໃນລະບົບຂອງທ່ານກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນ OpenPGP ກັບໄຟລ໌ໄດ້.
ລາຍເຊັນຈະເປັນລາຍເຊັນ XAdES ສຳລັບ ODF ແລະ OOXML, ແລະ ລາຍເຊັນ PAdES ສຳລັບ PDF.
ລາຍການລາຍເຊັນດີຈີຕອນສຳລັບເອກະສານປັດຈຸບັນ.
ໄອຄອນລົງລາຍເຊັນແລ້ວ ບົ່ງບອກເຖິງລາຍເຊັນດີຈີຕອນທີ່ຖືກຕ້ອງ, ໃນຂະນະທີ່ໄອຄອນເຄື່ອງໝາຍທ້ວງ
ບົ່ງບອກເຖິງລາຍເຊັນດີຈີຕອນທີ່ບໍ່ຖືກຕ້ອງ.
ເບິ່ງຕື່ມຢູ່ ລາຍເຊັນດີຈີຕອນ.
ເປີດກ່ອງໂຕ້ຕອບ ເບິ່ງໃບຢັ້ງຢືນ.
ເປີດກ່ອງໂຕ້ຕອບ ເລືອກໃບຢັ້ງຢືນ.
ເອົາລາຍເຊັນທີ່ເລືອກອອກຈາກລາຍການ. ເອົາລາຍເຊັນທັງໝົດທີ່ຕາມມາອອກນຳ, ໃນກໍລະນີຂອງ PDF.
ເປີດຕົວຈັດການໃບຢັ້ງຢືນທີ່ຕິດຕັ້ງຢູ່ໃນລະບົບຂອງທ່ານ.