ແຖບເຄື່ອງມືການຈັດລະດັບຄວາມປອດໄພ
ແຖບ ການຈັດລະດັບຄວາມປອດໄພ ປະກອບດ້ວຍເຄື່ອງມືເພື່ອຊ່ວຍໃນການຈັດການເອກະສານໃຫ້ປອດໄພ.
ແຖບເຄື່ອງມື ການຈັດລະດັບຄວາມປອດໄພ ປະກອບດ້ວຍລາຍການເລືອກເພື່ອຊ່ວຍໃນການເລືອກຄວາມປອດໄພຂອງເອກະສານ, ຕາມນະໂຍບາຍປະເພດ BAF ແລະ ລະດັບ BAILS. LibreOffice ຈະເພີ່ມຟິວແບບກຳນົດເອງໃນຄຸນສົມບັດເອກະສານ (, ແຖບ ຄຸນສົມບັດແບບກຳນົດເອງ) ເພື່ອຈັດເກັບນະໂຍບາຍການຈັດລະດັບຄວາມປອດໄພເປັນເມຕາເດຕາຂອງເອກະສານ.
ລະດັບ
ລະດັບການຈັດປະເພດເລີ່ມຕົ້ນ
LibreOffice ໃຫ້ລະດັບການຈັດປະເພດເອກະສານເລີ່ມຕົ້ນ (BAILS) ດັ່ງທີ່ສະແດງລຸ່ມນີ້, ຮຽງລຳດັບຕາມລະດັບຄວາມລະອຽດອ່ອນທາງທຸລະກິດທີ່ເພີ່ມຂຶ້ນ:
-
ບໍ່ແມ່ນທຸລະກິດ (Non-Business): ຂໍ້ມູນໃນເອກະສານບໍ່ມີຜົນກະທົບຕໍ່ທຸລະກິດ ຫາກຖືກເຜີຍແຜ່ຕໍ່ສາທາລະນະ.
-
ທຸລະກິດທົ່ວໄປ (General Business): ຜົນກະທົບເລັກນ້ອຍ. ຂໍ້ມູນມີຜົນກະທົບຕໍ່ທຸລະກິດ, ອາດເຮັດໃຫ້ເກີດຄວາມລຳບາກໃຈ ຫຼື ຄວາມເສຍຫາຍເລັກນ້ອຍຕໍ່ພາບລັກຂອງແບຣນ ຫາກຖືກເຜີຍແຜ່.
-
ຄວາມລັບ (Confidential): ຜົນກະທົບປານກາງ. ຂໍ້ມູນທີ່ຖືກເປີດເຜີຍສາມາດສ້າງຄວາມເສຍຫາຍຕໍ່ແບຣນທຸລະກິດ, ອາດເຮັດໃຫ້ເກີດການນຳສະເໜີຂ່າວໃນທາງລົບ ແລະ ການສູນເສຍລາຍໄດ້.
-
ໃຊ້ພາຍໃນເທົ່ານັ້ນ (Internal use only): ຄວາມເສຍຫາຍຫຼາຍ. ສື່ລະດັບຊາດນຳສະເໜີໃນທາງລົບ, ການຟ້ອງຮ້ອງ, ການປັບໃໝ, ຄວາມເສຍຫາຍຕໍ່ແບຣນໃນໄລຍະຍາວ.
ຈັດການການຈັດລະດັບຄວາມປອດໄພເອກະສານ
ເປີດ ກ່ອງໂຕ້ຕອບການຈັດລະດັບຄວາມປອດໄພ ສຳລັບການຈັດລະດັບຄວາມປອດໄພຂອງເອກະສານ.
ຈັດການການຈັດລະດັບຄວາມປອດໄພຂອງຫຍໍ້ໜ້າ
ເປີດ ກ່ອງໂຕ້ຕອບການຈັດລະດັບຄວາມປອດໄພ ສຳລັບການຈັດລະດັບຄວາມປອດໄພຂອງຫຍໍ້ໜ້າ.