ການຕັ້ງຄ່າຕົວຕອງ XML

ເປີດກ່ອງໂຕ້ຕອບ ການຕັ້ງຄ່າຕົວຕອງ XML, ເຊິ່ງທ່ານສາມາດສ້າງ, ແກ້ໄຂ, ລຶບ ແລະ ທົດສອບຕົວຕອງສຳລັບການນຳເຂົ້າ ແລະ ສົ່ງອອກໄຟລ໌ XML ໄດ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ເຄື່ອງມື - ການຕັ້ງຄ່າຕົວຕອງ XML.

ຈາກສ່ວນຕິດຕໍ່ແບບແທັບ:

ຢູ່ທີ່ເມນູ ເຄື່ອງມື ຂອງແຖບ ເຄື່ອງມື, ເລືອກ ການຕັ້ງຄ່າຕົວຕອງ XML.


ຄຳວ່າ ຕົວຕອງ XML ຖືກໃຊ້ໃນທີ່ນີ້ເປັນຄຳສັ້ນໆ ສຳລັບຄຳອະທິບາຍທີ່ຊັດເຈນກວ່າຄື ຕົວຕອງທີ່ອີງໃສ່ XSLT.

ຄຳສັບ

ຄຳອະທິບາຍ

XML

Extensible Markup Language (ພາສາທີ່ໃຊ້ກຳນົດໂຄງສ້າງຂໍ້ມູນ)

XSL

Extensible Stylesheet Language

XSLT

Extensible Stylesheet Language Transformation. ໄຟລ໌ XSLT ຍັງເອີ້ນວ່າ XSLT stylesheets.


ໄອຄອນ ບັນທຶກ

ຕົວຕອງການສົ່ງອອກ XHTML ຈະສ້າງຜົນລັດ "XHTML 1.0 Strict" ທີ່ຖືກຕ້ອງສຳລັບເອກະສານ Writer, Calc, Draw ແລະ Impress.


ລາຍການຕົວຕອງ

ເລືອກຕົວຕອງໜຶ່ງຕົວ ຫຼື ຫຼາຍກວ່າ, ຈາກນັ້ນຄລິກປຸ່ມໃດໜຶ່ງ.

ລາຍການສະແດງຊື່ ແລະ ປະເພດຂອງຕົວຕອງທີ່ຕິດຕັ້ງແລ້ວ.

  1. ຄລິກທີ່ຕົວຕອງເພື່ອເລືອກ.

  2. ກົດ Shift ຄ້າງໄວ້ແລ້ວຄລິກ ຫຼື ຄ້າງໄວ້ແລ້ວຄລິກເພື່ອເລືອກຕົວຕອງຫຼາຍຕົວ.

  3. ດັບເບິນຄລິກທີ່ຊື່ເພື່ອແກ້ໄຂຕົວຕອງ.

ໃໝ່

ເປີດກ່ອງໂຕ້ຕອບພ້ອມຊື່ຂອງຕົວຕອງໃໝ່.

ແກ້ໄຂ

ເປີດກ່ອງໂຕ້ຕອບພ້ອມຊື່ຂອງໄຟລ໌ທີ່ເລືອກ.

ທົດສອບ XSLTs

ເປີດກ່ອງໂຕ້ຕອບພ້ອມຊື່ຂອງໄຟລ໌ທີ່ເລືອກ.

ລຶບ

ລຶບໄຟລ໌ທີ່ເລືອກຫຼັງຈາກທີ່ທ່ານຢືນຢັນໃນກ່ອງໂຕ້ຕອບທີ່ປະກົດຂຶ້ນ.

ບັນທຶກເປັນແພັກເກດ

ສະແດງກ່ອງໂຕ້ຕອບ ບັນທຶກເປັນ ເພື່ອບັນທຶກໄຟລ໌ທີ່ເລືອກເປັນແພັກເກດຕົວຕອງ XSLT (*.jar).

ເປີດແພັກເກດ

ສະແດງກ່ອງໂຕ້ຕອບ ເປີດ ເພື່ອເປີດຕົວຕອງຈາກແພັກເກດຕົວຕອງ XSLT (*.jar).

ຊ່ວຍເຫຼືອ

ສະແດງໜ້າຊ່ວຍເຫຼືອສຳລັບກ່ອງໂຕ້ຕອບນີ້.

ປິດ

ປິດກ່ອງໂຕ້ຕອບ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!