ປັບແຕ່ງ

ປັບແຕ່ງເມນູ, ເມນູລັດ, ປຸ່ມລັດ, ແຖບເຄື່ອງມື ຂອງ LibreOffice ແລະ ການກຳນົດມາກໂຄຣໃຫ້ກັບເຫດການ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ເຄື່ອງມື - ປັບແຕ່ງ.

ຈາກສ່ວນຕິດຕໍ່ແບບແທັບ:

ຢູ່ທີ່ເມນູເທິງຂວາ (☰), ເລືອກ ປັບແຕ່ງ.


ທ່ານສາມາດປັບແຕ່ງປຸ່ມລັດ ແລະ ການກຳນົດມາກໂຄຣສຳລັບແອັບພລິເຄຊັນປັດຈຸບັນ, ຫຼື ສຳລັບທຸກແອັບພລິເຄຊັນຂອງ LibreOffice ໄດ້.

ທ່ານຍັງສາມາດບັນທຶກ ແລະ ໂຫຼດການຕັ້ງຄ່າປັບແຕ່ງຂອງແຕ່ລະເມນູ, ປຸ່ມລັດ ແລະ ແຖບເຄື່ອງມືໄດ້.

ເມນູ

ຊ່ວຍໃຫ້ທ່ານປັບແຕ່ງເມນູ LibreOffice ສຳລັບທຸກໂມດູນ.

ແຖບເຄື່ອງມື

ຊ່ວຍໃຫ້ທ່ານປັບແຕ່ງແຖບເຄື່ອງມືຂອງ LibreOffice.

ເມນູເນື້ອຫາ

ຊ່ວຍໃຫ້ທ່ານປັບແຕ່ງເມນູເນື້ອຫາຂອງ LibreOffice ສຳລັບທຸກໂມດູນ.

ແປ້ນພິມ

ກຳນົດ ຫຼື ແກ້ໄຂປຸ່ມລັດສຳລັບຄຳສັ່ງຂອງ LibreOffice, ຫຼື ມາກໂຄຣ Basic ຂອງ LibreOffice.

ເຫດການ

ກຳນົດມາໂຄຣໃຫ້ກັບເຫດການຂອງໂປຣແກຣມ. ມາໂຄຣທີ່ກຳນົດຈະເຮັດວຽກໂດຍອັດຕະໂນມັດທຸກຄັ້ງທີ່ເຫດການທີ່ເລືອກເກີດຂຶ້ນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!