ຮູບແບບລູກສອນ

ແກ້ໄຂ ຫຼື ສ້າງຮູບແບບລູກສອນ.

ທ່ານສາມາດເພີ່ມຮູບແບບລູກສອນໃສ່ຈຸດເລີ່ມຕົ້ນ ຫຼື ຈຸດປາຍຂອງເສັ້ນ ໂດຍໃຊ້ແຖບ ເສັ້ນ ຂອງກ່ອງຄຳຖາມ ເສັ້ນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຄລິກຂວາໃສ່ວັດຖຸທີ່ເລືອກ - ເເລືອກແຖບ ເສັ້ນ - ຮູບແບບລູກສອນ.

ໄອຄອນ ເສັ້ນ

ເສັ້ນ


ຈັດການຮູບແບບລູກສອນ

ຊ່ວຍໃຫ້ທ່ານສາມາດເພີ່ມ, ປ່ຽນຊື່, ລຶບ, ບັນທຶກ ແລະ ໂຫລດຮູບແບບລູກສອນໄດ້.

ຊື່ຮູບແບບ

ສະແດງຊື່ຂອງຮູບແບບລູກສອນທີ່ເລືອກ.

ຮູບແບບລູກສອນ

ເລືອກສັນຍະລັກຮູບແບບລູກສອນທີ່ກຳນົດໄວ້ລ່ວງໜ້າຈາກກ່ອງລາຍການ.

ເພີ່ມ

ເພື່ອກຳນົດຮູບແບບລູກສອນແບບກຳນົດເອງ, ໃຫ້ເລືອກວັດຖຸການແຕ້ມໃນເອກະສານ, ແລ້ວຄລິກທີ່ນີ້.

ປ່ຽນຊື່

ປ່ຽນຊື່ຂອງຮູບແບບລູກສອນທີ່ເລືອກ.

ລຶບ

ລຶບອົງປະກອບທີ່ເລືອກ ຫຼັງຈາກມີການຢືນຢັນ.

ໂຫລດຮູບແບບລູກສອນ

ນຳເຂົ້າລາຍການຮູບແບບລູກສອນ.

ບັນທຶກຮູບແບບລູກສອນ

ບັນທຶກລາຍການຮູບແບບລູກສອນປັດຈຸບັນ ເພື່ອໃຫ້ທ່ານສາມາດໂຫລດມັນໄດ້ໃນພາຍຫຼັງ.

ຊ່ອງສະແດງຕົວຢ່າງ

ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!