ການພິມແບບອາຊີ

ກຳນົດຕົວເລືອກການພິມສຳລັບຫ້ອງ ຫຼື ຫຍໍ້ໜ້າໃນໄຟລ໌ພາສາອາຊີ. ເພື່ອເປີດການຮອງຮັບພາສາອາຊີ, ໃຫ້ເລືອກ ພາສາ ແລະ ທ້ອງຖິ່ນ - ທົ່ວໄປ ໃນກ່ອງໂຕ້ຕອບ ຕົວເລືອກ, ແລ້ວເລືອກຊ່ອງ ອາຊີ ໃນສ່ວນ ພາສາເລີ່ມຕົ້ນສຳລັບເອກະສານ. ຕົວເລືອກການພິມແບບອາຊີຈະຖືກລະເວັ້ນໃນເອກະສານ HTML.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກແທັບ ຮູບແບບ - ຫຍໍ້ໜ້າ - ການຈັດພິມອາຊີ (ບໍ່ມີໃນ HTML).

ເລືອກ ມຸມມອງ - ຮູບແບບ - ເປີດເມນູຄລິກຂວາຂອງລາຍການ ແລ້ວຄລິກແທັບ ໃໝ່/ແກ້ໄຂຮູບແບບ - ການຈັດພິມອາຊີ.


ການປ່ຽນແຖວ

ກຳນົດຕົວເລືອກສຳລັບການຂຶ້ນແຖວໃໝ່ໃນເອກະສານພາສາອາຊີ.

ນຳໃຊ້ລາຍຊື່ຕົວອັກສອນທີ່ຫ້າມໄວ້ໃນຕອນຕົ້ນ ແລະ ຕອນທ້າຍແຖວ

ປ້ອງກັນບໍ່ໃຫ້ຕົວອັກສອນໃນລາຍຊື່ເລີ່ມຕົ້ນ ຫຼື ສິ້ນສຸດແຖວ. ຕົວອັກສອນຈະຖືກຍ້າຍໄປແຖວກ່ອນໜ້າ ຫຼື ແຖວຖັດໄປ. ເພື່ອແກ້ໄຂລາຍຊື່ຕົວອັກສອນທີ່ຖືກຈຳກັດ, ໃຫ້ເລືອກ - ພາສາ ແລະ ທ້ອງຖິ່ນ - ການຈັດວາງແບບອາຊີ.

ອະນຸຍາດເຄື່ອງໝາຍວັກຕອນແບບຫ້ອຍ

ປ້ອງກັນບໍ່ໃຫ້ຈຸດ ແລະ ຈ້ຳເຮັດໃຫ້ເກີດການຂຶ້ນແຖວໃໝ່. ແທນທີ່ຈະເປັນແນວນັ້ນ, ຕົວອັກສອນເຫຼົ່ານີ້ຈະຖືກເພີ່ມເຂົ້າໃນຕອນທ້າຍແຖວ, ເຖິງແມ່ນວ່າຈະຢູ່ໃນຂອບໜ້າເຈ້ຍກໍຕາມ.

ນຳໃຊ້ໄລຍະຫ່າງລະຫວ່າງຂໍ້ຄວາມອາຊີ ແລະ ບໍ່ແມ່ນອາຊີ

ແຊກໄລຍະຫ່າງລະຫວ່າງຂໍ້ຄວາມທີ່ເປັນຮູບພາບ (ideographic) ແລະ ຂໍ້ຄວາມຕົວອັກສອນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!