ການຊ່ວຍເຫຼືອ LibreOffice 26.2
ເປີດກ່ອງໂຕ້ຕອບການເລືອກໄຟລ໌ເພື່ອແຊກຮູບພາບເຂົ້າໃນເອກະສານປັດຈຸບັນ.
ເພື່ອເຂົ້າເຖິງຄຳສັ່ງນີ້...
ເລືອກ ແຊກ - ຮູບພາບ.
ເລືອກ ໜ້າຫຼັກ - ຮູບພາບ.
ເລືອກ ແຊກ - ແຊກຮູບພາບ.
ເລືອກ ໜ້າຫຼັກ - ແຊກຮູບພາບ.
ຮູບພາບ
ການແຊກ, ການແກ້ໄຂ, ການບັນທຶກ ຮູບພາບແບບບິດແມບ
ໄດອາລັອກໄຟລ໌ - ເຊັ່ນ ເປີດ, ບັນທຶກເປັນ, ແຊກຂໍ້ຄວາມ ແລະ ອື່ນໆ - ມີໃຫ້ໃຊ້ໃນສອງຮູບແບບ:
ເປັນໄດອາລັອກເລືອກໄຟລ໌ມາດຕະຖານຂອງລະບົບປະຕິບັດການຂອງທ່ານ.
ເປັນໄດອາລັອກເລືອກໄຟລ໌ທີ່ມາພ້ອມກັບ LibreOffice.
ໃຊ້ LibreOffice - ຄວາມມັກເຄື່ອງມື - ຕົວເລືອກ - LibreOffice - ທົ່ວໄປ ເພື່ອປ່ຽນຈາກແບບໜຶ່ງໄປຫາອີກແບບໜຶ່ງ.
ເລືອກໂຟນເດີທີ່ທ່ານຕ້ອງການຈາກລາຍການ ຫຼື ພິມຊື່ເສັ້ນທາງ. ສາມາດໃຊ້ຟັງຊັນ ຕື່ມຂໍ້ມູນອັດຕະໂນມັດ ເພື່ອໃຫ້ພິມໄດ້ງ່າຍຂຶ້ນ.
ເຊື່ອມຕໍ່ກັບເຊີບເວີໂດຍໃຊ້ໄດອາລັອກ ການບໍລິການໄຟລ໌. ເລືອກໂຟນເດີຫຼັກຈາກເສັ້ນທາງໂຟນເດີດ້ວຍ .
ເພີ່ມໂຟນເດີຍ່ອຍໃສ່ໂຟນເດີປັດຈຸບັນດ້ວຍ .
ປ້ອນຊື່ໄຟລ໌ ຫຼື ເສັ້ນທາງສຳລັບໄຟລ໌. ທ່ານຍັງສາມາດປ້ອນ URL ໄດ້
ເລືອກຮູບແບບໄຟລ໌ສຳລັບເອກະສານທີ່ທ່ານກຳລັງບັນທຶກ. ໃນພື້ນທີ່ສະແດງ, ຈະມີພຽງເອກະສານທີ່ມີປະເພດໄຟລ໌ນີ້ເທົ່ານັ້ນທີ່ຖືກສະແດງ. ປະເພດໄຟລ໌ຖືກອະທິບາຍໄວ້ໃນ ຂໍ້ມູນກ່ຽວກັບຕົວກອງນຳເຂົ້າ ແລະ ສົ່ງອອກ.
ເລືອກສະໄຕລ໌ເຟຣມສໍາລັບກຣາຟິກ.
ເລືອກປະເພດຈຸດຢຶດສໍາລັບຮູບພາບຢູ່ຕຳແໜ່ງຫ້ອງປັດຈຸບັນ.
ແຊກໄຟລ໌ກຣາຟິກທີ່ເລືອກເປັນລິງກ໌.
ສະແດງຕົວຢ່າງເບິ່ງກ່ອນຂອງໄຟລ໌ກຣາຟິກທີ່ເລືອກ.
ສະແດງຕົວຢ່າງຂອງສິ່ງທີ່ເລືອກໃນປະຈຸບັນ.
ກະລຸນາສະໜັບສະໜູນພວກເຮົາ!