ແຖບເຄື່ອງມື

ເປີດເມນູຍ່ອຍເພື່ອສະແດງ ແລະ ເເຊື່ອງແຖບເຄື່ອງມື. ແຖບເຄື່ອງມືປະກອບດ້ວຍໄອຄອນ ແລະ ຕົວເລືອກຕ່າງໆທີ່ຊ່ວຍໃຫ້ທ່ານເຂົ້າເຖິງຄຳສັ່ງຂອງ LibreOffice ໄດ້ຢ່າງວ່ອງໄວ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ວິວ - ແຖບເຄື່ອງມື.

ຈາກສ່ວນຕິດຕໍ່ແບບແທັບ:

ຢູ່ທີ່ເມນູແຖບ, ເລືອກ ແຖບເຄື່ອງມື.


ກຳນົດເອງ

ເປີດກ່ອງໂຕ້ຕອບທີ່ທ່ານສາມາດເພີ່ມ, ແກ້ໄຂ ແລະ ລຶບໄອຄອນໄດ້.

ຕັ້ງຄ່າໃໝ່

ເລືອກ ມຸມມອງ - ແຖບເຄື່ອງມື - ຕັ້ງຄ່າໃໝ່ ເພື່ອຕັ້ງຄ່າແຖບເຄື່ອງມືຄືນໃໝ່ໃຫ້ເປັນໄປຕາມພຶດຕິກຳທີ່ຂຶ້ນກັບບໍລິບົດເລີ່ມຕົ້ນ. ຕອນນີ້ບາງແຖບເຄື່ອງມືຈະຖືກສະແດງໂດຍອັດຕະໂນມັດ ໂດຍຂຶ້ນກັບບໍລິບົດ.

ລັອກແຖບເຄື່ອງມື

ລະບຸວ່າແຖບເຄື່ອງມືທີ່ເບິ່ງເຫັນໄດ້ນັ້ນສາມາດຍ້າຍໄດ້ໂດຍການໃຊ້ເມົາສ໌ຫຼືບໍ່.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!