ສ່ວນຕົວ

ປະກອບມີຂໍ້ມູນການຕິດຕໍ່ສ່ວນຕົວສໍາລັບນາມບັດ. ການຈັດວາງນາມບັດແມ່ນຖືກເລືອກຢູ່ໃນແຖບ ນາມບັດ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກແຖບ ໄຟລ໌ - ໃໝ່ - ນາມບັດ - ສ່ວນຕົວ.

ຈາກສ່ວນຕິດຕໍ່ແບບແທັບ:

ໃນແຖບ ໄຟລ໌, ຄລິກຄ້າງໃສ່ໄອຄອນ ໃໝ່, ເລືອກແຖບ ນາມບັດ - ສ່ວນຕົວ.

ໃນເມນູແອັບພລິເຄຊັນ (ທາງດ້ານຂວາ), ເລືອກແຖບ ໃໝ່ - ນາມບັດ - ສ່ວນຕົວ.

ໃນເມນູ ໄຟລ໌ ຂອງແຖບ ໄຟລ໌, ເລືອກແຖບ ໃໝ່ - ນາມບັດ - ສ່ວນຕົວ.


ຂໍ້ມູນສ່ວນຕົວ

ປ້ອນຂໍ້ມູນການຕິດຕໍ່ທີ່ທ່ານຕ້ອງການລວມໄວ້ໃນນາມບັດຂອງທ່ານ. ທ່ານຍັງສາມາດແກ້ໄຂ ຫຼື ອັບເດດລາຍການເຫຼົ່ານີ້ໄດ້ໂດຍການເລືອກ - LibreOffice - ຂໍ້ມູນຜູ້ໃຊ້.

ຊື່

ພິມຊື່ຂອງທ່ານ.

ນາມສະກຸນ

ພິມນາມສະກຸນຂອງທ່ານ.

ຊື່ຫຍໍ້

ພິມຊື່ຫຍໍ້ຂອງທ່ານ.

ຊື່ແທ້ 2

ປ້ອນຊື່ແທ້ຂອງບຸກຄົນທີ່ທ່ານຕ້ອງການໃຊ້ເປັນຜູ້ຕິດຕໍ່ທີສອງ.

ນາມສະກຸນ 2

ປ້ອນນາມສະກຸນຂອງບຸກຄົນທີ່ທ່ານຕ້ອງການໃຊ້ເປັນຜູ້ຕິດຕໍ່ທີສອງ.

ຊື່ຫຍໍ້ 2

ປ້ອນຊື່ຫຍໍ້ຂອງບຸກຄົນທີ່ທ່ານຕ້ອງການໃຊ້ເປັນຜູ້ຕິດຕໍ່ທີສອງ.

ຖະໜົນ

ພິມຊື່ຖະໜົນຂອງທ່ານໃນຊ່ອງນີ້.

ລະຫັດໄປສະນີ

ພິມລະຫັດໄປສະນີຂອງທ່ານໃນຊ່ອງນີ້.

ເມືອງ

ພິມຊື່ເມືອງທີ່ທ່ານອາໄສຢູ່.

ປະເທດ

ພິມຊື່ປະເທດຂອງທ່ານ.

ແຂວງ/ລັດ

ພິມຊື່ແຂວງ ຫຼື ລັດຂອງທ່ານ.

ຄຳນຳໜ້າຊື່

ພິມຄຳນຳໜ້າຊື່ ຫຼື ຕຳແໜ່ງທາງວິຊາການໃນຊ່ອງນີ້.

ອາຊີບ

ປ້ອນຕຳແໜ່ງອາຊີບຂອງທ່ານ.

ໂທລະສັບ

ປ້ອນເບີໂທລະສັບບ້ານຂອງທ່ານ.

ມືຖື

ປ້ອນເບີໂທລະສັບມືຖືຂອງທ່ານ.

ແຟັກ

ພິມເບີແຟັກຂອງທ່ານໃນຊ່ອງນີ້.

ໂຮມເຟຈ

ປ້ອນທີ່ຢູ່ເວັບໄຊທ໌ສ່ວນຕົວຂອງທ່ານ.

ອີເມວ

ພິມທີ່ຢູອີເມວຂອງທ່ານ. ຕົວຢ່າງ: my.name@my.provider.com

ເອກະສານໃໝ່

ສ້າງເອກະສານໃໝ່ເພື່ອແກ້ໄຂ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!