ການຊ່ວຍເຫຼືອ LibreOffice 26.2
ຄຳອະທິບາຍສັບນີ້ລວມມີການອະທິບາຍບາງຄຳສັບທີ່ສຳຄັນທີ່ສຸດທີ່ທ່ານຈະໄດ້ພົບໃນ LibreOffice.
ໃຊ້ຄຳອະທິບາຍສັບເພື່ອຄົ້ນຫາຄຳສັບທີ່ບໍ່ຄຸ້ນເຄີຍທີ່ພົບໃນແອັບພລິເຄຊັນໃດໜຶ່ງຂອງ LibreOffice.
ຫຍໍ້ມາຈາກ American Standard Code for Information Interchange. ASCII ແມ່ນຊຸດຕົວອັກສອນສຳລັບການສະແດງຟອນໃນຄອມພິວເຕີສ່ວນບຸກຄົນ. ມັນປະກອບດ້ວຍ 128 ຕົວອັກສອນ ລວມມີຕົວໜັງສື, ຕົວເລກ, ເຄື່ອງໝາຍວັກຕອນ ແລະ ສັນຍະລັກ. ຊຸດຕົວອັກສອນ ASCII ແບບຂະຫຍາຍປະກອບດ້ວຍ 256 ຕົວອັກສອນ. ແຕ່ລະຕົວອັກສອນຖືກກຳນົດດ້ວຍຕົວເລກສະເພາະ ເຊິ່ງເອີ້ນວ່າ ລະຫັດ ASCII.
ໃນໜ້າ HTML, ຄວນມີສະເພາະຕົວອັກສອນຈາກຊຸດຕົວອັກສອນ 7 Bit ASCII ເທົ່ານັ້ນ. ຕົວອັກສອນອື່ນໆ ຈະຖືກແຍກແຍະດ້ວຍລະຫັດຕ່າງຫາກ. ທ່ານສາມາດປ້ອນຕົວອັກສອນລະຫັດ ASCII ແບບຂະຫຍາຍໄດ້: ຕົວຈັດການການສົ່ງອອກຂອງ LibreOffice ຈະດຳເນີນການແປງທີ່ຈຳເປັນໃຫ້.
DDE ຫຍໍ້ມາຈາກ "Dynamic Data Exchange," ເຊິ່ງເປັນຕົວແບບກ່ອນໜ້າຂອງ OLE, "Object Linking and Embedding". ດ້ວຍ DDE, ວັດຖຸຈະຖືກເຊື່ອມຕໍ່ຜ່ານການອ້າງອີງໄຟລ໌ ແຕ່ບໍ່ໄດ້ຖືກຝັງໄວ້.
ທ່ານສາມາດສ້າງລິ້ງ DDE ໄດ້ໂດຍໃຊ້ຂັ້ນຕອນຕໍ່ໄປນີ້: ເລືອກເຊລຈາກແຜ່ນງານ Calc, ຄັດລອກພວກມັນໄວ້ໃນຄລິບບອດ (clipboard) ແລະ ປ່ຽນໄປຫາແຜ່ນງານອື່ນ ຈາກນັ້ນເລືອກກ່ອງໂຕ້ຕອບ ແກ້ໄຂ - ວາງແບບພິເສດ. ເລືອກຕົວເລືອກ ການເຊື່ອມຕໍ່ (Link) ເພື່ອແຊກເນື້ອໃນເປັນລິ້ງ DDE. ເມື່ອເປີດໃຊ້ລິ້ງ, ພື້ນທີ່ເຊລທີ່ແຊກໄວ້ຈະຖືກອ່ານຈາກໄຟລ໌ຕົ້ນສະບັບຂອງມັນ.
IME ຫຍໍ້ມາຈາກ Input Method Editor. ແມ່ນໂປຣແກຣມທີ່ຊ່ວຍໃຫ້ຜູ້ໃຊ້ສາມາດປ້ອນຕົວອັກສອນທີ່ຊັບຊ້ອນຈາກຊຸດຕົວອັກສອນທີ່ບໍ່ແມ່ນຕະເວັນຕົກໂດຍການໃຊ້ຄີບອດມາດຕະຖານ.
ທ່ານສາມາດໃຊ້ Java Database Connectivity (JDBC) API ເພື່ອເຊື່ອມຕໍ່ກັບຖານຂໍ້ມູນຈາກ LibreOffice. ໄດຣເວີ JDBC ຖືກຂຽນຂຶ້ນດ້ວຍພາສາໂປຣແກຣມ Java ແລະ ບໍ່ຂຶ້ນກັບແພລັດຟອມ.
Open Database Connectivity (ODBC) ແມ່ນມາດຕະຖານໂປຣໂຕຄໍ ທີ່ແອັບພລິເຄຊັນສາມາດເຂົ້າເຖິງລະບົບຖານຂໍ້ມູນໄດ້. ພາສາການສອບຖາມທີ່ໃຊ້ແມ່ນ Structured Query Language (SQL). ໃນ LibreOffice, ທ່ານສາມາດກຳນົດໃຫ້ແຕ່ລະຖານຂໍ້ມູນວ່າ ຈະໃຊ້ຄຳສັ່ງ SQL ເພື່ອດຳເນີນການສອບຖາມຫຼືບໍ່. ນອກຈາກນັ້ນ, ທ່ານຍັງສາມາດໃຊ້ຕົວຊ່ວຍແບບໂຕ້ຕອບ ເພື່ອກຳນົດການສອບຖາມຂອງທ່ານດ້ວຍການຄລິກເມົ້າ ແລະ ໃຫ້ LibreOffice ແປເປັນ SQL ໂດຍອັດຕະໂນມັດ.
ວັດຖຸ Object Linking and Embedding (OLE) ສາມາດເຊື່ອມໂຍງກັບເອກະສານປາຍທາງ ຫຼື ສາມາດຝັງໄວ້ກໍໄດ້. ການຝັງຈະແຊກສຳເນົາຂອງວັດຖຸ ແລະ ລາຍລະອຽດຂອງໂປຣແກຣມຕົ້ນທາງລົງໃນເອກະສານປາຍທາງ. ຫາກທ່ານຕ້ອງການແກ້ໄຂວັດຖຸ, ພຽງແຕ່ເປີດໂປຣແກຣມຕົ້ນທາງໂດຍການດັບເບິນຄລິກທີ່ວັດຖຸ.
ຫາກວັດຖຸ OLE ຖືກເຊື່ອມໂຍງກັບເອກະສານປາຍທາງ, ເອກະສານປາຍທາງນັ້ນຕ້ອງມີຢູ່ໃນຕຳແໜ່ງທີ່ລະບຸໄວ້ໃນລິ້ງ. ການລຶບ ຫຼື ການຍ້າຍເອກະສານປາຍທາງຈະເຮັດໃຫ້ບໍ່ສາມາດເປີດວັດຖຸ OLE ທີ່ເຊື່ອມໂຍງໄດ້. ທ່ານສາມາດໃຊ້ຕົວເລືອກ ໃນສ່ວນ ຂອງຕົວເລືອກການ ໂຫຼດ/ບັນທຶກ ເພື່ອກຳນົດຄ່າລະບົບຂອງທ່ານໃຫ້ບັນທຶກລິ້ງແບບ ກັບລະບົບໄຟລ໌ຂອງທ່ານ.
OpenGL ແມ່ນພາສາກຣາຟິກ 3D, ເຊິ່ງເລີ່ມພັດທະນາໂດຍ SGI (Silicon Graphics Inc). ມີສອງຮູບແບບຂອງພາສານີ້ທີ່ນິຍົມໃຊ້ຄື: Microsoft OpenGL ທີ່ພັດທະນາສຳລັບໃຊ້ໃນ Windows NT, ແລະ Cosmo OpenGL ທີ່ສ້າງໂດຍ SGI. ຮູບແບບຫຼັງແມ່ນພາສາກຣາຟິກທີ່ເປັນເອກະລາດສຳລັບທຸກແພລັດຟອມ ແລະ ຄອມພິວເຕີທຸກປະເພດ, ເຖິງແມ່ນຈະໃຊ້ໃນເຄື່ອງທີ່ບໍ່ມີຮາດແວຣກຣາຟິກ 3D ໂດຍສະເພາະກໍຕາມ.
Portable Network Graphics (PNG) ແມ່ນຮູບແບບໄຟລ໌ກຣາຟິກ. ໄຟລ໌ຈະຖືກບີບອັດດ້ວຍຄ່າການບີບອັດທີ່ເລືອກໄດ້, ແລະ ສິ່ງທີ່ແຕກຕ່າງຈາກຮູບແບບ JPG ກໍຄື ໄຟລ໌ PNG ຈະຖືກບີບອັດໂດຍບໍ່ມີການສູນເສຍຂໍ້ມູນໃດໆ.
ໃນ LibreOffice, ຄຸນສົມບັດ register-true ຖືກເອີ້ນວ່າ ລະຍະຫ່າງແຖວຂອງໜ້າ.
ລະຍະຫ່າງແຖວຂອງໜ້າ ໝາຍເຖິງການພິມແຖວຂໍ້ຄວາມໃຫ້ກົງກັນພາຍໃນພື້ນທີ່ການພິມທັງດ້ານໜ້າ ແລະ ດ້ານຫຼັງຂອງໜ້າເຈ້ຍ. ຄຸນສົມບັດລະຍະຫ່າງແຖວຂອງໜ້າ ເຮັດໃຫ້ໜ້າເຈ້ຍອ່ານງ່າຍຂຶ້ນ ໂດຍການປ້ອງກັນບໍ່ໃຫ້ເຫັນເງົາສີເທົາຊອດຜ່ານລະຫວ່າງແຖວຂໍ້ຄວາມ. ຄຳວ່າລະຍະຫ່າງແຖວຂອງໜ້າ ຍັງໝາຍເຖິງແຖວໃນຖັນຂໍ້ຄວາມທີ່ຢູ່ຕິດກັນ, ເຊິ່ງແຖວໃນຖັນທີ່ຕ່າງກັນຈະໃຊ້ຕາຕະລາງເສັ້ນແນວຕັ້ງອັນດຽວກັນ, ເຮັດໃຫ້ພວກມັນລຽງແຖວໃນແນວຕັ້ງໃຫ້ກົງກັນ.
ການພິມແບບລະຍະຫ່າງແຖວຂອງໜ້າ ແມ່ນມີປະໂຫຍດຫຼາຍສຳລັບເອກະສານທີ່ຈະມີສອງໜ້າວາງຄຽງກັນ (ຕົວຢ່າງເຊັ່ນ: ໃນປຶ້ມ ຫຼື ແຜ່ນພັບ), ສຳລັບການຈັດວາງແບບຫຼາຍຖັນ, ແລະ ສຳລັບເອກະສານທີ່ຕັ້ງໃຈຈະພິມທັງສອງດ້ານ.
Rich Text Format (RTF) ແມ່ນຮູບແບບໄຟລ໌ທີ່ພັດທະນາຂຶ້ນເພື່ອການແລກປ່ຽນໄຟລ໌ຂໍ້ຄວາມ. ຄຸນສົມບັດພິເສດຄື ການຈັດຮູບແບບຈະຖືກແປງເປັນຂໍ້ມູນຂໍ້ຄວາມທີ່ສາມາດອ່ານໄດ້ໂດຍກົງ. ແຕ່ໜ້າເສຍດາຍ, ເມື່ອທຽບກັບຮູບແບບໄຟລ໌ອື່ນໆ, ສິ່ງນີ້ຈະເຮັດໃຫ້ໄຟລ໌ມີຂະໜາດໃຫຍ່ພໍສົມຄວນ.
Structured Query Language (SQL) ແມ່ນພາສາທີ່ໃຊ້ສຳລັບການສອບຖາມຖານຂໍ້ມູນ. ໃນ LibreOffice ທ່ານສາມາດສ້າງການສອບຖາມໄດ້ທັງໃນຮູບແບບ SQL ຫຼື ແບບໂຕ້ຕອບດ້ວຍເມົ້າ.
ພາສາທີ່ມີການຈັດວາງຂໍ້ຄວາມທີ່ຊັບຊ້ອນອາດມີບາງຢ່າງ ຫຼື ທັງໝົດຂອງຄຸນສົມບັດຕໍ່ໄປນີ້:
ພາສາທີ່ຂຽນດ້ວຍຕົວອັກສອນ ຫຼື ກຣິບ (glyphs) ທີ່ປະກອບດ້ວຍຫຼາຍພາກສ່ວນ
ທິດທາງຂໍ້ຄວາມແມ່ນຈາກຂວາໄປຊ້າຍ.
ປະຈຸບັນ, LibreOffice ຮອງຮັບພາສາຮິນດູ, ໄທ, ເຮັບເຣີ ແລະ ອາຣັບ ເປັນພາສາ CTL.
ເປີດໃຊ້ການຮອງຮັບ CTL ໂດຍໃຊ້ .
ການຈັດຮູບແບບໝາຍເຖິງການຈັດວາງທາງສາຍຕາຂອງຂໍ້ຄວາມໂດຍໃຊ້ໂປຣແກຣມປະມວນຜົນຄຳ ຫຼື ໂປຣແກຣມ DTP. ອັນນີ້ລວມມີການກຳນົດຮູບແບບເຈ້ຍ, ຂອບໜ້າ, ຟອນ ແລະ ເອັບເຟັກຟອນ, ລວມເຖິງການຍັບເຂົ້າ ແລະ ໄລຍະຫ່າງ. ທ່ານສາມາດຈັດຮູບແບບຂໍ້ຄວາມ ໂດຍກົງ ຫຼື ດ້ວຍຮູບແບບ (Styles) ທີ່ໃຫ້ມາໂດຍ LibreOffice.
ຮູບແບບ (Style) ແມ່ນຊຸດຂອງຄຸນລັກສະນະການຈັດຮູບແບບ, ທີ່ຖືກຈັດກຸ່ມ ແລະ ລະບຸດ້ວຍຊື່ (ຊື່ຮູບແບບ). ເມື່ອທ່ານນຳໃຊ້ຮູບແບບກັບວັດຖຸໃດໜຶ່ງ, ວັດຖຸນັ້ນຈະຖືກຈັດຮູບແບບຕາມຄຸນລັກສະນະຂອງຮູບແບບນັ້ນ. ວັດຖຸຫຼາຍອັນທີ່ມີລັກສະນະດຽວກັນສາມາດມີຮູບແບບດຽວກັນໄດ້. ດັ່ງນັ້ນ, ເມື່ອທ່ານປ່ຽນແປງຄຸນລັກສະນະຂອງຮູບແບບ, ທຸກວັດຖຸທີ່ກ່ຽວຂ້ອງກັບຮູບແບບນັ້ນກໍຈະປ່ຽນແປງຕາມໄປນຳ. ໃຫ້ໃຊ້ຮູບແບບເພື່ອຈັດຮູບແບບຫຍໍ້ໜ້າ, ເຊລ ແລະ ວັດຖຸຈຳນວນຫຼາຍໃຫ້ເປັນລະບຽບດຽວກັນ ແລະ ເພື່ອຈັດການການຈັດຮູບແບບເອກະສານໄດ້ດີຂຶ້ນ.
ເມື່ອທ່ານບໍ່ໃຊ້ຮູບແບບ (styles) ແລະ ນຳໃຊ້ຄຸນລັກສະນະການຈັດຮູບແບບກັບສ່ວນຂອງຂໍ້ຄວາມໂດຍກົງ, ອັນນີ້ເອີ້ນວ່າ ການຈັດຮູບແບບໂດຍກົງ (ຫຼື ການຈັດຮູບແບບດ້ວຍຕົນເອງ). ການຈັດຮູບແບບຈະມີຜົນສະເພາະກັບພື້ນທີ່ທີ່ເລືອກໃນເອກະສານເທົ່ານັ້ນ. ຖ້າເອກະສານມີຫຼາຍຫຍໍ້ໜ້າ, ເຟຣມ ຫຼື ວັດຖຸອື່ນໆ, ທ່ານຕ້ອງນຳໃຊ້ການຈັດຮູບແບບໂດຍກົງກັບແຕ່ລະວັດຖຸ. ການຈັດຮູບແບບໂດຍກົງແມ່ນມີໃຫ້ຜ່ານເມນູ ຮູບແບບ ແລະ ແຖບເຄື່ອງມືການຈັດຮູບແບບ.
ຄຸນລັກສະນະການຈັດຮູບແບບໂດຍກົງທີ່ນຳໃຊ້ກັບວັດຖຸ ຈະແທນທີ່ຄຸນລັກສະນະທີ່ກ່ຽວຂ້ອງຂອງຮູບແບບ (style) ທີ່ນຳໃຊ້ກັບວັດຖຸນັ້ນ.
ໃນໄດອາລັອກຕ່າງໆ (ຕົວຢ່າງເຊັ່ນ: ) ທ່ານສາມາດເລືອກໄດ້ວ່າຕ້ອງການບັນທຶກໄຟລ໌ແບບສຳພັນ ຫຼື ແບບສົມບູນ.
ຫາກທ່ານເລືອກບັນທຶກແບບສຳພັນ, ການອ້າງອີງເຖິງກຣາຟິກທີ່ຝັງໄວ້ ຫຼື ວັດຖຸອື່ນໆໃນເອກະສານຂອງທ່ານ ຈະຖືກບັນທຶກແບບສຳພັນກັບຕຳແໜ່ງໃນລະບົບໄຟລ໌. ໃນກໍລະນີນີ, ໂຄງສ້າງໄດເຣັກທໍຣີທີ່ຖືກອ້າງອີງຈະຖືກບັນທຶກໄວ້ບ່ອນໃດກໍບໍ່ສຳຄັນ. ໄຟລ໌ຈະຖືກຄົ້ນຫາພົບໂດຍບໍ່ສົນໃຈຕຳແໜ່ງ, ຕາບໃດທີ່ການອ້າງອີງຍັງຄົງຢູ່ໃນໄດຣຟ໌ ຫຼື ວໍລຸມດຽວກັນ. ສິ່ງນີ້ສຳຄັນຫາກທ່ານຕ້ອງການນຳເອກະສານໄປໃຊ້ໃນຄອມພິວເຕີເຄື່ອງອື່ນ ທີ່ອາດມີໂຄງສ້າງໄດເຣັກທໍຣີ, ຊື່ໄດຣຟ໌ ຫຼື ວໍລຸມທີ່ແຕກຕ່າງກັນທັງໝົດ. ນອກຈາກນີ້ຍັງແນະນຳໃຫ້ບັນທຶກແບບສຳພັນ ຫາກທ່ານຕ້ອງການສ້າງໂຄງສ້າງໄດເຣັກທໍຣີໃນເຊີບເວີອິນເຕີເນັດ.
ຫາກທ່ານຕ້ອງການບັນທຶກແບບສົມບູນ, ທຸກການອ້າງອີງເຖິງໄຟລ໌ອື່ນໆ ຈະຖືກກຳນົດເປັນແບບສົມບູນ ໂດຍອີງຕາມໄດຣຟ໌, ວໍລຸມ ຫຼື ໄດເຣັກທໍຣີຮາກທີ່ກ່ຽວຂ້ອງ. ຂໍ້ດີຄື ເອກະສານທີ່ມີການອ້າງອີງນັ້ນສາມາດຍ້າຍໄປຫາໄດເຣັກທໍຣີ ຫຼື ໂຟນເດີອື່ນໄດ້ ແລະ ການອ້າງອີງນັ້ນກໍຍັງຄົງໃຊ້ງານໄດ້ຢູ່.
ບາງປ່ອງຢ້ຽມໃນ LibreOffice, ຕົວຢ່າງເຊັ່ນ ປ່ອງຢ້ຽມຮູບແບບ ແລະ ຕົວນຳທາງ, ແມ່ນປ່ອງຢ້ຽມທີ່ສາມາດ "ຢຶດຕິດ" ໄດ້. ທ່ານສາມາດຍ້າຍປ່ອງຢ້ຽມເຫຼົ່ານີ້, ປ່ຽນຂະໜາດ ຫຼື ຢຶດຕິດພວກມັນໄວ້ທີ່ຂອບໄດ້. ໃນແຕ່ລະຂອບ ທ່ານສາມາດຢຶດຕິດປ່ອງຢ້ຽມຫຼາຍອັນຊ້ອນກັນ ຫຼື ວາງຂ້າງກັນໄດ້; ຈາກນັ້ນ, ໂດຍການຍ້າຍເສັ້ນຂອບ, ທ່ານສາມາດປ່ຽນສັດສ່ວນຂອງປ່ອງຢ້ຽມໄດ້.
ເພື່ອຍົກເລີກການຢຶດຕິດ ແລະ ຢຶດຕິດໃໝ່, ໃນຂະນະທີ່ກົດປຸ່ມ ຄ້າງໄວ້, ໃຫ້ດັບເບິ້ລຄລິກໃສ່ພື້ນທີ່ຫວ່າງໃນປ່ອງຢ້ຽມ. ໃນປ່ອງຢ້ຽມຮູບແບບ, ທ່ານຍັງສາມາດດັບເບິ້ລຄລິກໃສ່ສ່ວນສີເທີົາຂອງປ່ອງຢ້ຽມຂ້າງໄອຄອນ ໃນຂະນະທີ່ກົດປຸ່ມ ຄ້າງໄວ້.
ຢູ່ທີ່ຂອບປ່ອງຢ້ຽມໃດໜຶ່ງທີ່ມີປ່ອງຢ້ຽມອື່ນຢຶດຕິດຢູ່ ທ່ານຈະເຫັນປຸ່ມທີ່ຊ່ວຍໃຫ້ທ່ານສາມາດສະແດງ ຫຼື ເຊື່ອງປ່ອງຢ້ຽມນັ້ນໄດ້.
ຖ້າທ່ານຄລິກປຸ່ມຢູ່ຂອບປ່ອງຢ້ຽມເພື່ອສະແດງປ່ອງຢ້ຽມ, ປ່ອງຢ້ຽມຈະຍັງຄົງສະແດງຢູ່ຈົນກວ່າທ່ານຈະເຊື່ອງມັນດ້ວຍຕົນເອງອີກຄັ້ງ (ດ້ວຍປຸ່ມເດີມ).
ຖ້າທ່ານສະແດງປ່ອງຢ້ຽມໂດຍການຄລິກທີ່ຂອບປ່ອງຢ້ຽມແຕ່ບໍ່ແມ່ນປຸ່ມ, ທ່ານຈະເປີດໃຊ້ຟັງຊັນ ເຊື່ອງອັດຕະໂນມັດ (AutoHide). ຟັງຊັນເຊື່ອງອັດຕະໂນມັດຊ່ວຍໃຫ້ທ່ານສະແດງປ່ອງຢ້ຽມທີ່ເຊື່ອງໄວ້ຊົ່ວຄາວໄດ້ໂດຍການຄລິກໃສ່ຂອບຂອງມັນ. ເມື່ອທ່ານຄລິກໃສ່ເອກະສານ, ປ່ອງຢ້ຽມທີ່ຢຶດຕິດນັ້ນຈະເຊື່ອງໄປອີກຄັ້ງ.
ກຸນແຈຫຼັກ (primary key) ເຮັດໜ້າທີ່ເປັນຕົວລະບຸສະເພາະຂອງຟີວຖານຂໍ້ມູນ. ການລະບຸສະເພາະຂອງຟີວຖານຂໍ້ມູນ ແມ່ນຖືກໃຊ້ໃນ ຖານຂໍ້ມູນແບບສຳພັນ, ເພື່ອເຂົ້າເຖິງຂໍ້ມູນໃນຕາຕະລາງອື່ນໆ. ຫາກມີການອ້າງອີງເຖິງກຸນແຈຫຼັກຈາກຕາຕະລາງອື່ນ, ສິ່ງນີ້ຈະຖືກເອີ້ນວ່າ ກຸນແຈນອກ (foreign key).
ໃນ LibreOffice, ທ່ານສາມາດກຳນົດກຸນແຈຫຼັກໃນມຸມມອງການອອກແບບຂອງຕາຕະລາງ ໂດຍການເລືອກຄຳສັ່ງທີ່ກ່ຽວຂ້ອງຈາກເມນູຄລິກຂວາ (context menu) ຂອງຫົວແຖວສຳລັບຟີວທີ່ເລືອກ.
..................ຄວາມກວ້າງເຄິ່ງ (Half-width) ແລະ ຄວາມກວ້າງເຕັມ (Full-width) ແມ່ນຄຸນສົມບັດທີ່ໃຊ້ເພື່ອແຍກແຍະຕົວອັກສອນທີ່ໃຊ້ໃນບາງພາສາ ແລະ ອັກສອນອາຊີຕາເວັນອອກ, ໂດຍສະເພາະພາສາຈີນ, ຍີ່ປຸ່ນ ແລະ ເກົາຫຼີ (CJK).
ຕົວອັກສອນ Han, Hiragana ແລະ Katakana, ລວມເຖິງຕົວອັກສອນ Hangul ທີ່ໃຊ້ໃນພາສາເຫຼົ່ານີ້ມັກຈະມີຮູບຊົງສີ່ຫຼ່ຽມ, ແລະ ໃນການສະແດງຜົນແບບຄວາມກວ້າງຄົງທີ່ (monospace) ພວກມັນຈະໃຊ້ພື້ນທີ່ເທົ່າກັບສອງຕົວອັກສອນລາຕິນ/ASCII. ດັ່ງນັ້ນ ພວກມັນຈຶ່ງຖືກເອີ້ນວ່າ ຕົວອັກສອນຄວາມກວ້າງເຕັມ, ໃນຂະນະທີ່ຕົວອັກສອນໃນພາສາລາຕິນ, ຕົວເລກ ແລະ ເຄື່ອງໝາຍວັກຕອນໃນຊຸດ ASCII ຖືກເອີ້ນວ່າ ຕົວອັກສອນຄວາມກວ້າງເຄິ່ງ.
ດ້ວຍເຫດຜົນທາງປະຫວັດສາດ, ຊຸດຕົວອັກສອນລາຕິນ, ຕົວເລກ ແລະ ເຄື່ອງໝາຍວັກຕອນຮູບຊົງສີ່ຫຼ່ຽມຍັງຖືກກຳນົດ ແລະ ນຳໃຊ້ໃນການພິມ CJK, ເພື່ອເພີ່ມ ຫຼື ໃຊ້ແທນຕົວອັກສອນຄວາມກວ້າງເຄິ່ງ. ພວກມັນຖືກເອີ້ນວ່າ ຮູບແບບຄວາມກວ້າງເຕັມ. ໃນທາງດຽວກັນ, ກໍມີຮູບແບບຄວາມກວ້າງເຄິ່ງຂອງ Katakana ແລະ Hangul Jamo ທີ່ປົກກະຕິຈະເປັນແບບກວ້າງເຕັມ, ແລະ ພວກມັນຈະມີຮູບຊົງທີ່ແຄບກວ່າແທນທີ່ຈະເປັນສີ່ຫຼ່ຽມ. ຮູບແບບຄວາມກວ້າງເຄິ່ງ ແລະ ຄວາມກວ້າງເຕັມຂອງຕົວອັກສອນແມ່ນສອງວິທີໃນການຂຽນຕົວອັກສອນດຽວກັນ, ຄືກັນກັບຕົວພິມໃຫຍ່ ແລະ ຕົວພິມນ້ອຍຂອງພາສາລາຕິນ. LibreOffice ຮອງຮັບການແປງລະຫວ່າງຄວາມກວ້າງເຄິ່ງ ແລະ ຄວາມກວ້າງເຕັມ, ລວມເຖິງການບໍ່ສົນໃຈຄວາມແຕກຕ່າງຂອງຄວາມກວ້າງໃນເວລາຈັບຄູ່ຂໍ້ຄວາມ.
ຖານຂໍ້ມູນ SQL ແມ່ນລະບົບຖານຂໍ້ມູນທີ່ມີອິນເຕີເຟສ SQL. ຖານຂໍ້ມູນ SQL ມັກຈະຖືກໃຊ້ໃນເຄືອຂ່າຍໄຄລເອັນ/ເຊີບເວີ (client/server) ເຊິ່ງໄຄລເອັນຕ່າງໆຈະເຂົ້າເຖິງເຊີບເວີກາງ (ຕົວຢ່າງເຊັ່ນ: SQL server), ດັ່ງນັ້ນພວກມັນຈຶ່ງຖືກເອີ້ນວ່າຖານຂໍ້ມູນເຊີບເວີ SQL, ຫຼື ເອີ້ນສັ້ນໆວ່າ SQL servers.
ໃນ LibreOffice, ທ່ານສາມາດເຊື່ອມຕໍ່ຖານຂໍ້ມູນ SQL ຈາກພາຍນອກໄດ້. ເຊິ່ງອາດຈະຢູ່ໃນຮາດດິດຂອງເຄື່ອງທ່ານເອງ ຫຼື ຢູ່ໃນເຄືອຂ່າຍກໍໄດ້. ການເຂົ້າເຖິງແມ່ນເຮັດຜ່ານ ODBC, JDBC, ຫຼື ໄດຣເວີພື້ນຖານ (native driver) ທີ່ມີຢູ່ໃນ LibreOffice.
ຖານຂໍ້ມູນແບບສຳພັນ ແມ່ນການຮວບຮວມລາຍການຂໍ້ມູນ ທີ່ຈັດເປັນຊຸດຕາຕະລາງທີ່ຖືກອະທິບາຍໄວ້ຢ່າງເປັນທາງການ ເຊິ່ງສາມາດເຂົ້າເຖິງ ຫຼື ປະກອບຂໍ້ມູນຄືນໃໝ່ໄດ້ຫຼາຍວິທີ ໂດຍບໍ່ຈຳເປັນຕ້ອງຈັດລະບຽບຕາຕະລາງຖານຂໍ້ມູນໃໝ່.
ລະບົບຈັດການຖານຂໍ້ມູນແບບສຳພັນ (RDBMS) ແມ່ນໂປຣແກຣມທີ່ຊ່ວຍໃຫ້ທ່ານສ້າງ, ອັບເດດ ແລະ ບໍລິຫານຈັດການຖານຂໍ້ມູນແບບສຳພັນໄດ້. RDBMS ຈະຮັບຄຳສັ່ງ Structured Query Language (SQL) ທີ່ຜູ້ໃຊ້ປ້ອນເຂົ້າ ຫຼື ທີ່ມີຢູ່ໃນແອັບພລິເຄຊັນ ເພື່ອສ້າງ, ອັບເດດ ຫຼື ໃຫ້ການເຂົ້າເຖິງຖານຂໍ້ມູນ.
ຕົວຢ່າງທີ່ດີຂອງຖານຂໍ້ມູນແບບສຳພັນຄື ຖານຂໍ້ມູນທີ່ປະກອບດ້ວຍຕາຕະລາງ ລູກຄ້າ (Customer), ການຊື້ (Purchase), ແລະ ໃບບິນ (Invoice). ໃນຕາຕະລາງໃບບິນ ຈະບໍ່ມີຂໍ້ມູນລູກຄ້າ ຫຼື ຂໍ້ມູນການຊື້ຕົວຈິງ; ແຕ່ຕາຕະລາງນັ້ນຈະມີການອ້າງອີງຜ່ານລິ້ງຄວາມສຳພັນ ໄປຫາຟີວຂອງຕາຕະລາງລູກຄ້າ ແລະ ຕາຕະລາງການຊື້ທີ່ກ່ຽວຂ້ອງ (ຕົວຢ່າງເຊັ່ນ: ຟີວລະຫັດລູກຄ້າ ຈາກຕາຕະລາງລູກຄ້າ).
ລະບົບຕົວເລກຖືກກຳນົດໂດຍຈຳນວນຂອງຕົວເລກທີ່ມີໃຫ້ເພື່ອສະແດງຄ່າ. ຕົວຢ່າງເຊັ່ນ ລະບົບເລກຖານສິບແມ່ນອີງໃສ່ຕົວເລກສິບຕົວ (0..9), ລະບົບເລກຖານສອງແມ່ນອີງໃສ່ຕົວເລກສອງຕົວ ຄື 0 ແລະ 1, ລະບົບເລກຖານສິບຫົກແມ່ນອີງໃສ່ຕົວເລກ 16 ຕົວ (0..9 ແລະ A..F).
ຄຳສັ່ງ ສາມາດພົບໄດ້ໃນເມນູ . ຄຳສັ່ງຈະເປີດໃຊ້ງານໄດ້ກໍຕໍ່ເມື່ອມີຢ່າງໜ້ອຍໜຶ່ງລິ້ງໃນເອກະສານປະຈຸບັນ. ຕົວຢ່າງ: ເມື່ອທ່ານແຊກຮູບພາບ, ທ່ານສາມາດເລືອກແຊກຮູບພາບໂດຍກົງລົງໃນເອກະສານ ຫຼື ແຊກຮູບພາບໃນຮູບແບບລິ້ງ.
ເມື່ອວັດຖຸຖືກແຊກໂດຍກົງລົງໃນເອກະສານ, ຂະໜາດຂອງເອກະສານຈະເພີ່ມຂຶ້ນ (ຢ່າງໜ້ອຍ) ຕາມຂະໜາດໄບຕ໌ຂອງວັດຖຸນັ້ນ. ທ່ານສາມາດບັນທຶກເອກະສານ ແລະ ເປີດໃນຄອມພິວເຕີເຄື່ອງອື່ນໄດ້, ແລະ ວັດຖຸທີ່ແຊກໄວ້ກໍຈະຍັງຄົງຢູ່ໃນຕຳແໜ່ງເດີມໃນເອກະສານ.
ຖ້າທ່ານແຊກວັດຖຸໃນຮູບແບບລິ້ງ, ຈະມີພຽງແຕ່ການອ້າງອີງເຖິງຊື່ໄຟລ໌ເທົ່ານັ້ນທີ່ຖືກແຊກ. ຂະໜາດໄຟລ໌ຂອງເອກະສານຈະເພີ່ມຂຶ້ນພຽງແຕ່ຕາມຄວາມຍາວຂອງທີ່ຢູ່ (path) ແລະ ການອ້າງອີງໄຟລ໌. ແນວໃດກໍຕາມ, ຖ້າທ່ານເປີດເອກະສານໃນຄອມພິວເຕີເຄື່ອງອື່ນ, ໄຟລ໌ທີ່ເຊື່ອມຕໍ່ນັ້ນຈະຕ້ອງຢູ່ໃນຕຳແໜ່ງດຽວກັນກັບທີ່ລະບຸໄວ້ໃນການອ້າງອີງ ເພື່ອໃຫ້ສາມາດເຫັນວັດຖຸໃນເອກະສານໄດ້.
ໃຊ້ ເພື່ອເບິ່ງວ່າໄຟລ໌ໃດແດ່ທີ່ຖືກແຊກເປັນລິ້ງ. ລິ້ງສາມາດຖືກລຶບອອກໄດ້ຖ້າຕ້ອງການ. ອັນນີ້ຈະເຮັດໃຫ້ການເຊື່ອມຕໍ່ຂາດອອກ ແລະ ຈະແຊກວັດຖຸນັ້ນເຂົ້າໂດຍກົງແທນ.
ວັດຖຸແມ່ນອົງປະກອບໃນໜ້າຈໍທີ່ປະກອບດ້ວຍຂໍ້ມູນ. ມັນສາມາດອ້າງອີງເຖິງຂໍ້ມູນແອັບພລິເຄຊັນ ເຊັ່ນ ຂໍ້ຄວາມ ຫຼື ກຣາຟິກ.
ວັດຖຸແມ່ນເປັນອິດສະຫຼະ ແລະ ບໍ່ມີອິດທິພົນຕໍ່ກັນ. ວັດຖຸໃດໜຶ່ງທີ່ປະກອບດ້ວຍຂໍ້ມູນສາມາດຖືກກຳນົດຄຳສັ່ງບາງຢ່າງໃຫ້ໄດ້. ຕົວຢ່າງ: ວັດຖຸກຣາຟິກມີຄຳສັ່ງສຳລັບການແກ້ໄຂຮູບພາບ ແລະ ແຜ່ນງານມີຄຳສັ່ງສຳລັບການຄິດໄລ່.
ໃນເອກະສານຂໍ້ຄວາມ, ວັດຖຸອາດຈະເປັນຕາຕະລາງ, ຮູບພາບ, ແຜນພູມ ຫຼື ກ່ອງຂໍ້ຄວາມ. ໃນເອກະສານການນຳສະເໜີ, ວັດຖຸອາດຈະເປັນສະໄລ້, ຮູບຊົງ, ຮູບພາບ ຫຼື ກ່ອງຂໍ້ຄວາມ. ໃນເອກະສານ PDF, ວັດຖຸອາດຈະເປັນໜ້າເອກະສານ, ຊ່ອງຂໍ້ມູນໃນຟອມ ຫຼື ຄຳອະທິບາຍປະກອບ.
ໂດຍລວມແລ້ວ, ວັດຖຸໃຫ້ວິທີການຈັດລະບຽບ ແລະ ຈັດການອົງປະກອບຕ່າງໆ ພາຍໃນເອກະສານ, ເຮັດໃຫ້ການເຮັດວຽກກັບເອກະສານ ແລະ ການປັບແຕ່ງເອກະສານງ່າຍຂຶ້ນ.
ພັດທະນາໂດຍນັກຄະນິດສາດຊາວຝຣັ່ງ Pierre Bézier, ເສັ້ນໂຄ້ງ ເບຊີເອ (Bézier curve) ແມ່ນເສັ້ນໂຄ້ງທີ່ກຳນົດທາງຄະນິດສາດ ເຊິ່ງໃຊ້ໃນແອັບພລິເຄຊັນກຣາຟິກສອງມິຕິ. ເສັ້ນໂຄ້ງຖືກກຳນົດດ້ວຍສີ່ຈຸດ: ຕຳແໜ່ງເລີ່ມຕົ້ນ, ຕຳແໜ່ງສິ້ນສຸດ ແລະ ຈຸດເຄິ່ງກາງສອງຈຸດ. ວັດຖຸເບຊີເອ ສາມາດປ່ຽນແປງໄດ້ໂດຍການຍ້າຍຈຸດເຫຼົ່ານີ້ດ້ວຍເມົາສ໌.
ເຄີນນິ່ງ (Kerning) ໝາຍເຖິງການເພີ່ມ ຫຼື ຫຼຸດໄລຍະຫ່າງລະຫວ່າງຄູ່ຕົວອັກສອນ ເພື່ອປັບປຸງລັກສະນະໂດຍຮວມຂອງຂໍ້ຄວາມໃຫ້ສວຍງາມຂຶ້ນ.
ຕາຕະລາງເຄີນນິ່ງປະກອບດ້ວຍຂໍ້ມູນວ່າຄູ່ຕົວອັກສອນໃດແດ່ທີ່ຕ້ອງການໄລຍະຫ່າງຫຼາຍຂຶ້ນ. ໂດຍທົ່ວໄປແລ້ວ ຕາຕະລາງເຫຼົ່ານີ້ຈະເປັນສ່ວນປະກອບໜຶ່ງຂອງຟອນ.
ໃນເອກະສານແບບຟອມ, ຕົວຄວບຄຸມ (control) ຕ້ອງໄດ້ຮັບໂຟກັສຈາກຜູ້ໃຊ້ ເພື່ອທີ່ຈະເລີ່ມເຮັດວຽກ ແລະ ປະຕິບັດໜ້າທີ່ຂອງມັນ. ຕົວຢ່າງເຊັ່ນ: ຜູ້ໃຊ້ຕ້ອງໃຫ້ໂຟກັສແກ່ກ່ອງຂໍ້ຄວາມ ເພື່ອທີ່ຈະປ້ອນຂໍ້ຄວາມລົງໃນນັ້ນ.
ມີຫຼາຍວິທີທີ່ຈະໃຫ້ໂຟກັສແກ່ຕົວຄວບຄຸມ:
ລະບຸຕົວຄວບຄຸມດ້ວຍເມົ້າ ຫຼື ອຸປະກອນຊີ້ຕຳແໜ່ງໃດໜຶ່ງ.
ນຳທາງຈາກຕົວຄວບຄຸມໜຶ່ງໄປຫາອີກຕົວໜຶ່ງດ້ວຍຄີບອດ. ຜູ້ຂຽນເອກະສານອາດຈະກຳນົດລຳດັບການກົດແທັບ (tabbing order) ທີ່ລະບຸລຳດັບວ່າຕົວຄວບຄຸມໃດຈະໄດ້ຮັບໂຟກັສ ຫາກຜູ້ໃຊ້ນຳທາງເອກະສານດ້ວຍຄີບອດ. ເມື່ອເລືອກແລ້ວ, ຕົວຄວບຄຸມອາດຈະຖືກເປີດໃຊ້ງານດ້ວຍລຳດັບປຸ່ມກົດອື່ນໆ.
ເລືອກຕົວຄວບຄຸມຜ່ານປຸ່ມເຂົ້າເຖິງ (ບາງຄັ້ງເອີ້ນວ່າ "ປຸ່ມລັດ" ຫຼື "ຕົວເລັ່ງຄີບອດ").