ການຊ່ວຍເຫຼືອ LibreOffice 26.2
ເປີດກ່ອງສົນທະນາເພື່ອປ້ອນ ຫຼື ປ່ຽນແປງຫົວຂໍ້ໃນແຜນພູມ. ທ່ານສາມາດກຳນົດຂໍ້ຄວາມສຳລັບຫົວຂໍ້ຫຼັກ, ຫົວຂໍ້ຮອງ ແລະ ປ້າຍຊື່ແກນ, ແລະ ລະບຸວ່າຈະໃຫ້ສະແດງຜົນຫຼືບໍ່.
ປ້ອນຫົວຂໍ້ທີ່ຕ້ອງການສຳລັບແຜນພູມ. ສ່ວນນີ້ຈະສະແດງຢູ່ທາງເທິງສຸດຂອງແຜນພູມ.
ປ້ອນຫົວຂໍ້ຮອງທີ່ຕ້ອງການສຳລັບແຜນພູມ. ສ່ວນນີ້ຈະສະແດງຢູ່ໃຕ້ຫົວຂໍ້ທີ່ຕັ້ງໄວ້ໃນຫ້ອງ ຫົວຂໍ້.
ປ້ອນຫົວຂໍ້ທີ່ຕ້ອງການສຳລັບແກນ X ຂອງແຜນພູມ.
ປ້ອນຫົວຂໍ້ທີ່ຕ້ອງການສຳລັບແກນ Y ຂອງແຜນພູມ.
ປ້ອນຫົວຂໍ້ທີ່ຕ້ອງການສຳລັບແກນ Z ຂອງແຜນພູມ. ຕົວເລືອກນີ້ໃຊ້ໄດ້ສະເພາະກັບແຜນພູມ 3 ມິຕິເທົ່ານັ້ນ.
ປ້ອນຫົວຂໍ້ສຳຮອງທີ່ຕ້ອງການສຳລັບແກນ X ຂອງແຜນພູມ. ສ່ວນນີ້ຈະປະກົດຢູ່ເບື້ອງກົງກັນຂ້າມຂອງແຜນພູມກັບຫົວຂໍ້ແກນ X ຫຼັກ.
ປ້ອນຫົວຂໍ້ສຳຮອງທີ່ຕ້ອງການສຳລັບແກນ Y ຂອງແຜນພູມ. ສ່ວນນີ້ຈະປະກົດຢູ່ເບື້ອງກົງກັນຂ້າມຂອງແຜນພູມກັບຫົວຂໍ້ແກນ Y ຫຼັກ.