ການຊ່ວຍເຫຼືອ LibreOffice 26.2
ເມນູຍ່ອຍປະກອບດ້ວຍຄຳສັ່ງທີ່ນຳໃຊ້ໂດຍກົງກັບແຜ່ນງານທີ່ເລືອກ.
ເພື່ອເຂົ້າເຖິງຄຳສັ່ງນີ້...
ຄລິກຂວາໃສ່ແຖບແຜ່ນງານໃນແຖບນຳທາງແຜ່ນງານ.
ກຳນົດຕົວເລືອກທີ່ຈະໃຊ້ເພື່ອແຊກແຜ່ນງານໃໝ່. ທ່ານສາມາດສ້າງແຜ່ນງານໃໝ່ ຫຼື ແຊກແຜ່ນງານທີ່ມີຢູ່ແລ້ວຈາກໄຟລ໌.
ລຶບແຜ່ນງານປັດຈຸບັນ ຫຼື ແຜ່ນງານທີ່ເລືອກ.
ຄຳສັ່ງນີ້ເປີດກ່ອງໂຕ້ຕອບທີ່ທ່ານສາມາດຕັ້ງຊື່ໃໝ່ໃຫ້ກັບຊີດປັດຈຸບັນ.
ເຮັດສຳເນົາແຜ່ນງານທີ່ເລືອກໂດຍການກຳນົດຊື່ໃໝ່.
ຍ້າຍ ຫຼື ສຳເນົາແຜ່ນງານໄປຫາຕຳແໜ່ງໃໝ່ໃນເອກະສານ ຫຼື ໄປຫາເອກະສານອື່ນ.
ເລືອກເອົາແຜ່ນງານທັງໝົດຢູ່ໃນສະເປຣດຊີດປັດຈຸບັນ.
ປ້ອງກັນເຊລໃນແຜ່ນງານປັດຈຸບັນບໍ່ໃຫ້ຖືກແກ້ໄຂ.
ສະແດງຊີດທີ່ເຄີຍຖືກເຊື່ອງໄວ້ດ້ວຍຄຳສັ່ງ ເຊື່ອງຊີດ.
ເຊື່ອງແຜ່ນງານ.
ສະຫຼັບການສະແດງຜົນຂອງເສັ້ນຕາຕະລາງສຳລັບແຜ່ນງານປັດຈຸບັນ.
ເປີດປ່ອງຢ້ຽມເລືອກສີ ເຊິ່ງທ່ານສາມາດກຳນົດສີໃຫ້ກັບແຖບແຜ່ນງານໄດ້.
ກຳນົດມາໂຄຣໃຫ້ກັບເຫດການຂອງໂປຣແກຣມ. ມາໂຄຣທີ່ກຳນົດຈະເຮັດວຽກໂດຍອັດຕະໂນມັດທຸກຄັ້ງທີ່ເຫດການທີ່ເລືອກເກີດຂຶ້ນ.
ກະລຸນາສະໜັບສະໜູນພວກເຮົາ!