ແຖບສະຖານະ
ແຖບ ສະຖານະ ສະແດງຂໍ້ມູນກ່ຽວກັບແຜ່ນງານປັດຈຸບັນ.
ສະແດງເລກທີຂອງແຜ່ນງານປະຈຸບັນ ແລະ ຈຳນວນແຜ່ນງານທັງໝົດໃນແຜ່ນງານ.
ສະແດງ ຮູບແບບໜ້າ ປັດຈຸບັນ. ດັບເບິ້ລຄລິກເພື່ອແກ້ໄຂຮູບແບບ, ຄລິກຂວາເພື່ອເລືອກຮູບແບບອື່ນ.
ລະບຸອັດຕາການຊູມຂອງການສະແດງຜົນໜ້າປັດຈຸບັນ.
ສະແດງໂໝດການແຊກປັດຈຸບັນ. ທ່ານສາມາດສະຫຼັບລະຫວ່າງ INSRT = ແຊກ ແລະ OVER = ຂຽນທັບ. ຟີວນີ້ຈະເຮັດວຽກກໍຕໍ່ເມື່ອເຄີເຊີຢູ່ໃນແຖບປ້ອນຂໍ້ມູນຂອງແຖບສູດ ຫຼື ຢູ່ໃນຫ້ອງຕາຕະລາງ.
ສະຫຼັບລະຫວ່າງໂໝດການເລືອກຕ່າງໆ.
ຖ້າຍັງບໍ່ທັນໄດ້ບັນທຶກການປ່ຽນແປງໃນເອກະສານ, ໄອຄອນສີແດງຈະປາກົດຢູ່ໃນຟີວນີ້ເທິງແຖບ ສະຖານະ. ສິ່ງນີ້ຍັງລວມເຖິງເອກະສານໃໝ່ທີ່ຍັງບໍ່ທັນໄດ້ບັນທຶກນຳອີກ.
ລາຍເຊັນດິຈິຕອນ
ເບິ່ງເພີ່ມເຕີມ ລາຍເຊັນດິຈິຕອນ.
ສະແດງຂໍ້ມູນກ່ຽວກັບເອກະສານປະຈຸບັນ. ໂດຍເລີ່ມຕົ້ນ, ຜົນລວມ (SUM) ຂອງເນື້ອໃນໃນເຊວທີ່ເລືອກຈະຖືກສະແດງ.