ການໝຸນຕາຕະລາງ (ການສະລັບແຖວ ແລະ ຖັນ)

ໃນ LibreOffice Calc, ມີວິທີ "ໝຸນ" ສະເປຣດຊີດ ເພື່ອໃຫ້ແຖວກາຍເປັນຖັນ ແລະ ຖັນກາຍເປັນແຖວ.

  1. ເລືອກຊ່ວງເຊວທີ່ທ່ານຕ້ອງການສະລັບແຖວ ແລະ ຖັນ.

  2. ເລືອກ ແກ້ໄຂ - ຕັດ.

  3. ຄລິກໃສ່ເຊວທີ່ຈະໃຫ້ເປັນເຊວມຸມຊ້າຍເທິງສຸດຂອງຜົນໄດ້ຮັບ.

  4. ເລືອກ ແກ້ໄຂ - ວາງແບບພິເສດ.

  5. ໃນປ່ອງຢ້ຽມ, ໃຫ້ໝາຍຕິກໃສ່ ວາງທັງໝົດ ແລະ ສະລັບແຖວ ແລະ ຖັນ (Transpose).

    ຖ້າທ່ານຄລິກ ຕົກລົງ, ຖັນ ແລະ ແຖວຈະຖືກສະລັບກັນ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!