ການເລືອກຊ່ວງຜົນໄດ້ຮັບຂອງຕາຕະລາງພິວອດ

ຄລິກທີ່ປຸ່ມ ເພີ່ມເຕີມ ໃນກ່ອງໂຕ້ຕອບ ຕາຕະລາງພິວອດ. ກ່ອງໂຕ້ຕອບຈະຖືກຂະຫຍາຍອອກ.

ທ່ານສາມາດເລືອກຊ່ວງທີ່ມີຊື່ເພື່ອໃຊ້ໃນການສ້າງຕາຕະລາງພິວອດໄດ້ຈາກຫ້ອງ ຜົນໄດ້ຮັບໄປທີ່. ຖ້າຊ່ວງຜົນໄດ້ຮັບບໍ່ມີຊື່, ໃຫ້ປ້ອນພິກັດຂອງເຊວເທິງຊ້າຍສຸດຂອງຊ່ວງລົງໃນຟິວທາງດ້ານຂວາຂອງຫ້ອງ ຜົນໄດ້ຮັບໄປທີ່. ທ່ານຍັງສາມາດຄລິກໃສ່ເຊວທີ່ຕ້ອງການເພື່ອໃຫ້ພິກັດຖືກປ້ອນເຂົ້າໂດຍອັດຕະໂນມັດ.

ຖ້າທ່ານໝາຍເລືອກຫ້ອງ ລະເວັ້ນແຖວຫວ່າງ, ແຖວເຫຼົ່ານັ້ນຈະບໍ່ຖືກນຳມາຄິດໄລ່ເມື່ອສ້າງຕາຕະລາງພິວອດ.

ຖ້າໝາຍເລືອກຫ້ອງ ລະບຸໝວດໝູ່, ໝວດໝູ່ຈະຖືກລະບຸຕາມຫົວຂໍ້ຂອງພວກມັນ ແລະ ຖືກກຳນົດໃຫ້ຕາມຄວາມເໝາະສົມເມື່ອສ້າງຕາຕະລາງພິວອດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!