ການຊ່ວຍເຫຼືອ LibreOffice 26.2
ໂດຍປົກກະຕິແລ້ວ, ຮູບພາບທີ່ແຊກລົງໃນແຜ່ນງານ Calc ຈະຖືກຢຶດໄວ້ກັບເຊວ ແລະ ຈະບໍ່ປ່ຽນຂະໜາດເມື່ອມີການຍ້າຍເຊວ.
ຮູບພາບສາມາດຢຶດໄດ້ສາມວິທີທີ່ແຕກຕ່າງກັນ:
ໃສ່ເຊວ: ຮູບພາບຈະເຄື່ອນຍ້າຍໄປພ້ອມກັບເຊວ ເມື່ອມີການຄັດລອກ, ຈັດລຽງ ຫຼື ແຊກ ແລະ ລຶບເຊວທີ່ຢູ່ທາງເທິງ ແລະ ທາງຊ້າຍຂອງເຊວທີ່ເປັນຈຸດຢຶດ.
ໃສ່ເຊວ (ປ່ຽນຂະໜາດຕາມເຊວ): ຮູບພາບຈະເຄື່ອນຍ້າຍໄປພ້ອມກັບເຊວ. ນອກຈາກນັ້ນ, ຄວາມສູງ ແລະ ຄວາມກວ້າງຂອງຮູບພາບຈະຖືກປ່ຽນຂະໜາດນຳ ຖ້າເຊວທີ່ຢຶດນັ້ນຖືກປ່ຽນຂະໜາດໃນພາຍຫຼັງ. ອັດຕາສ່ວນຂອງຮູບພາບຈະປ່ຽນໄປຕາມອັດຕາສ່ວນຂອງເຊວທີ່ຢຶດໄວ້.
ໃສ່ໜ້າ: ຕຳແໜ່ງຂອງຮູບພາບໃນໜ້າຈະບໍ່ໄດ້ຮັບຜົນກະທົບຈາກການຈັດລຽງເຊວ ຫຼື ການເຄື່ອນຍ້າຍເຊວ.
ເລືອກຮູບພາບແລ້ວເລືອກ , ຫຼື ໃນເມນູລັດຂອງຮູບພາບໃຫ້ເລືອກ
ຂະໜາດເດີມຂອງຮູບພາບ ແລະ ເຊວຈະຖືກຮັກສາໄວ້ໃນຂະນະທີ່ວາງທັງແຖວ ຫຼື ທັງຖັນ ສຳລັບທັງຕົວເລືອກ ໃສ່ເຊວ ແລະ ໃສ່ເຊວ (ປ່ຽນຂະໜາດຕາມເຊວ).