ການຊ່ວຍເຫຼືອ LibreOffice 26.2
ປະຕິບັດການວິເຄາະການຖົດຖອຍແບບເສັ້ນຊື່, ແບບໂລກາຣິດ ຫຼື ແບບເລກກຳລັງ ຂອງຊຸດຂໍ້ມູນທີ່ປະກອບດ້ວຍຕົວປ່ຽນຕາມໜຶ່ງຕົວ ແລະ ຕົວປ່ຽນອິດສະຫຼະຫຼາຍຕົວ.
ຕົວຢ່າງ: ຜົນຜະລິດກະສິກຳ (ຕົວປ່ຽນຕາມ) ອາດຈະກ່ຽວຂ້ອງກັບ ປະລິມານນ້ຳຝົນ, ສະພາບອຸນຫະພູມ, ແສງແດດ, ຄວາມຊຸ່ມຊື່ນ, ຄຸນນະພາບຂອງດິນ ແລະ ອື່ນໆ ເຊິ່ງທັງໝົດນີ້ແມ່ນຕົວປ່ຽນອິດສະຫຼະ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການວິເຄາະການຖົດຖອຍ, ສາມາດອ້າງອີງໄດ້ທີ່ ບົດຄວາມ Wikipedia ທີ່ກ່ຽວຂ້ອງ.
ປ້ອນຊ່ວງຂໍ້ມູນດຽວທີ່ປະກອບດ້ວຍຄ່າຂອງຕົວປ່ຽນອິດສະຫຼະຫຼາຍຕົວ (ຕາມຖັນ ຫຼື ແຖວ). ຄ່າຕົວປ່ຽນ X ທັງໝົດຕ້ອງຖືກປ້ອນໄວ້ຕິດກັນໃນຕາຕະລາງດຽວກັນ.
ປ້ອນຊ່ວງຂໍ້ມູນທີ່ປະກອບດ້ວຍຕົວປ່ຽນຕາມທີ່ຕ້ອງການຄິດໄລ່ການຖົດຖອຍ.
ໝາຍເອົາເພື່ອໃຊ້ແຖວທຳອິດ (ຫຼື ຖັນທຳອິດ) ຂອງຊຸດຂໍ້ມູນເປັນຊື່ຕົວປ່ຽນໃນຜົນລັດ.
ຕຳແໜ່ງຂອງຫ້ອງເທິງຊ້າຍສຸດຂອງຊ່ວງທີ່ຈະສະແດງຜົນລັດ.
ກຳນົດປະເພດການຖົດຖອຍ. ມີ 3 ປະເພດໃຫ້ເລືອກ:
ການຖົດຖອຍແບບເສັ້ນຊື່: ຊອກຫາຕຳລາເສັ້ນຊື່ໃນຮູບແບບ y = b + a1.[x1] + a2.[x2] + a3.[x3] ..., ເຊິ່ງ ai ແມ່ນຄ່າຄວາມຊັນທີ i, [xi] ແມ່ນຕົວປ່ຽນເອກະລາດທີ i, ແລະ b ແມ່ນຄ່າຕັດແກນທີ່ເໝາະສົມທີ່ສຸດກັບຂໍ້ມູນ.
ການຖົດຖອຍແບບໂລກາລິດ: ຊອກຫາເສັ້ນໂຄ້ງໂລກາລິດໃນຮູບແບບຂອງ y = b + a1.ln[x1] + a2.ln[x2] + a3.ln[x3] ..., ເຊິ່ງ ai ແມ່ນສຳປະສິດທີ i, b ແມ່ນຄ່າຕັດແກນ ແລະ ln[xi] ແມ່ນໂລກາລິດທຳມະຊາດຂອງຕົວປ່ຽນເອກະລາດທີ i, ທີ່ເໝາະສົມກັບຂໍ້ມູນທີ່ສຸດ.
ການຖົດຖອຍແບບກຳລັງ: ຊອກຫາເສັ້ນໂຄ້ງກຳລັງໃນຮູບແບບຂອງ y = exp( b + a1.ln[x1] + a2.ln[x2] + a3.ln[x3] ...), ໂດຍທີ່ ai ແມ່ນກຳລັງທີ i, [xi] ແມ່ນຕົວປ່ຽນເອກະລາດທີ i, ແລະ b ແມ່ນຈຸດຕັດທີ່ເໝາະສົມທີ່ສຸດກັບຂໍ້ມູນ.
ຄ່າຕົວເລກລະຫວ່າງ 0 ຫາ 1, ຄ່າເລີ່ມຕົ້ນແມ່ນ 0.95. Calc ໃຊ້ເປີເຊັນນີ້ເພື່ອຄິດໄລ່ຊ່ວງຄວາມເຊື່ອໝັ້ນສຳລັບຄ່າປະມານຕ່າງໆ (ຄວາມຊັນ ແລະ ຈຸດຕັດແກນ).
ເລືອກວ່າຈະໃຫ້ຄິດໄລ່ຄ່າເສດເຫຼືອຫຼືບໍ່. ຄ່າເສດເຫຼືອບອກໃຫ້ຮູ້ວ່າຈຸດຂໍ້ມູນຈິງນັ້ນຢູ່ຫ່າງຈາກຈຸດທີ່ໄດ້ຈາກການພະຍາກອນຫຼາຍປານໃດ.
ຄິດໄລ່ແບບຈຳລອງການຖົດຖອຍໂດຍໃຫ້ຈຸດຕັດແກນເປັນສູນ, ເຊິ່ງເປັນການບັງຄັບໃຫ້ເສັ້ນການຖົດຖອຍຜ່ານຈຸດເລີ່ມຕົ້ນ (0,0).