ແບ່ງປັນສະເປຣດຊີດ

ເປີດກ່ອງໂຕ້ຕອບ ແບ່ງປັນເອກະສານ ເຊິ່ງທ່ານສາມາດເປີດ ຫຼື ປິດການແບ່ງປັນເອກະສານເພື່ອເຮັດວຽກຮ່ວມກັນໄດ້.

ການແບ່ງປັນສະເປຣດຊີດຊ່ວຍໃຫ້ຜູ້ໃຊ້ຫຼາຍຄົນສາມາດເປີດໄຟລ໌ດຽວກັນເພື່ອແກ້ໄຂໃນເວລາດຽວກັນໄດ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ເຄື່ອງມື - ແບ່ງປັນສະເປຣດຊີດ

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ກວດທານ - ແບ່ງປັນສະເປຣດຊີດ.

ຈາກແຖບເຄື່ອງມື:

ໄອຄອນ ແບ່ງປັນສະເປຣດຊີດ

ແບ່ງປັນສະເປຣດຊີດ


ສະເປຣດຊີດຕ້ອງຢູ່ໃນໄດຣຟ໌ທີ່ແບ່ງປັນ, ເຊີບເວີ, ເວັບໄຊ, ຫຼື ສິ່ງທີ່ຄ້າຍຄືກັນ. ຕ້ອງປະຕິບັດຕາມບາງເງື່ອນໄຂໃນລະບົບປະຕິບັດການທີ່ມີການຈັດການສິດອະນຸຍາດຜູ້ໃຊ້:

ໄອຄອນ ເຄັດລັບ

ເພື່ອລະບຸການປ່ຽນແປງໃຫ້ຖືກຕ້ອງ, ຜູ້ຮ່ວມມືແຕ່ລະຄົນຄວນປ້ອນຊື່ຂອງເຂົາເຈົ້າໃນ - LibreOffice - ຂໍ້ມູນຜູ້ໃຊ້ ໃນແຖບເມນູ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!