ການຊ່ວຍເຫຼືອ LibreOffice 26.2
ສ້າງກະແສຂໍ້ມູນສົດສຳລັບສະເປຣດຊີດ.
ການສະຕຣີມຂໍ້ມູນແມ່ນການໄຫຼຂອງຂໍ້ມູນຢ່າງຕໍ່ເນື່ອງທີ່ສ້າງຂຶ້ນຈາກແຫຼ່ງຕ່າງໆ. ໃນ LibreOffice Calc, ກະແສຂໍ້ມູນສາມາດຖືກປະມວນຜົນ, ຈັດເກັບ, ວິເຄາະ, ແລະ ດຳເນີນການໄດ້ໃນຂະນະທີ່ມັນຖືກສ້າງຂຶ້ນແບບລຽວທາມ (real-time).
ຕົວຢ່າງໃນຊີວິດຈິງຂອງຂໍ້ມູນສະຕຣີມມິງລວມມີການນຳໃຊ້ໃນທຸກອຸດສາຫະກຳ, ລວມທັງການຊື້ຂາຍຮຸ້ນແບບລຽວທາມ, ການຈັດການສາງສິນຄ້າຂາຍຍ່ອຍທີ່ອັບເດດທຸກນາທີ, ຟີດໂຊຊຽວມີເດຍ, ການໂຕ້ຕອບໃນເກມທີ່ຫຼິ້ນຫຼາຍຄົນ, ແລະ ແອັບບໍລິການລົດຮັບສົ່ງ.
URL ຂອງເອກະສານແຫຼ່ງທີ່ມາໃນລະບົບໄຟລ໌ທ້ອງຖິ່ນ ຫຼື ອິນເຕີເນັດ.
ຄ່າ1, ຄ່າ2, ..., ຄ່າN, ແລະ ຕື່ມໃສ່ໃນຊ່ວງຂໍ້ມູນ:
ທີ່ຢູ່, ຄ່າ:
ມີສາມຄຸນສົມບັດຂອງຕົວເລືອກນີ້:
ຍ້າຍຂໍ້ມູນທີ່ມີຢູ່ແລ້ວລົງ: ຂໍ້ມູນທີ່ມີຢູ່ຈະຖືກຍ້າຍລົງໃນດັດຊະນີ ແລະ ພື້ນທີ່ຫວ່າງຈະຖືກຕື່ມດ້ວຍຂໍ້ມູນທີ່ມາຮອດ. ເວົ້າສັ້ນໆແມ່ນພວກເຮົາເຮັດວຽກໃນຊ່ວງດັດຊະນີທີ່ກຳນົດໄວ້.
ຍ້າຍຊ່ວງຂໍ້ມູນລົງ: ຂໍ້ມູນທີ່ມາຮອດຈະຖືກຕໍ່ທ້າຍໃສ່ຂໍ້ມູນທີ່ມີຢູ່ແລ້ວ ແລະ ຊ່ວງຂອງດັດຊະນີທີ່ຈະປະມວນຜົນຈະຖືກຍ້າຍໄປ.
ຂຽນທັບຂໍ້ມູນທີ່ມີຢູ່ແລ້ວ: ຂໍ້ມູນທີ່ມາຮອດຈະຂຽນທັບຂໍ້ມູນທີ່ມີຢູ່.
ຈຳກັດຈຳນວນແຖວສູງສຸດຕາມຄ່າທີ່ກຳນົດ ຫຼື ປ່ອຍໄວ້ໂດຍບໍ່ກຳນົດ, ແຕ່ຈະຖືກຈຳກັດໂດຍຂີດຈຳກັດແຖວຂອງ LibreOffice Calc.