ການຊ່ວຍເຫຼືອ LibreOffice 26.2
ແປງຂໍ້ຄວາມທີ່ສະແດງເຖິງຕົວເລກໃຫ້ເປັນຮູບແບບຕົວເລກ. ຖ້າຂໍ້ຄວາມທີ່ລະບຸເປັນວັນທີ, ເວລາ ຫຼື ວັນທີ-ເວລາ ທີ່ຖືກຕ້ອງ, ມັນຈະສົ່ງຄືນຕົວເລກລຳດັບວັນທີ-ເວລາທີ່ກົງກັນ.
VALUE(Text)
Text: ຂໍ້ຄວາມ (ໃນເຄື່ອງໝາຍຄຳເວົ້າ), ຕົວເລກ ຫຼື ການອ້າງອີງໃສ່ເຊວທີ່ມີຄ່າປະເພດໃດໜຶ່ງດັ່ງກ່າວ, ເຊິ່ງມີຄ່າທີ່ຕ້ອງການແປງ.
ຖ້າອາຄິວເມນ Text ເປັນຂໍ້ຄວາມທີ່ສະແດງເຖິງວັນທີ, ເວລາ, ສະກຸນເງິນ ຫຼື ຄ່າຕົວເລກທີ່ມີຕົວຂັ້ນທົດສະນິຍົມ ແລະ ຫຼັກພັນ, ຂໍ້ຄວາມນັ້ນຕ້ອງສອດຄ່ອງກັບການຕັ້ງຄ່າທ້ອງຖິ່ນ (locale) ໃນປັດຈຸບັນ.
=VALUE("1234") ສົ່ງຄືນຄ່າຕົວເລກ 1234.
=VALUE("+1,234.567") ສົ່ງຄືນ 1234.567 (ອີງຕາມການຕັ້ງຄ່າ en-US). ໃຫ້ສັງເກດວ່າເຄື່ອງໝາຍ "+" ສາມາດລະໄວ້ໄດ້.
=VALUE("$100") ສົ່ງຄືນ 100 (ອີງຕາມການຕັ້ງຄ່າ en-US). ໃຫ້ສັງເກດວ່າສັນຍະລັກສະກຸນເງິນຕ້ອງກົງກັບການຕັ້ງຄ່າທ້ອງຖິ່ນໃນປັດຈຸບັນ.
=VALUE("50%") ສົ່ງຄືນ 0.5. ໃຫ້ສັງເກດວ່າຕົວອັກສອນ "%" ເຮັດໃຫ້ສ່ວນຕົວເລກຖືກຫານດ້ວຍ 100.
=VALUE("2021-07-30") ສົ່ງຄືນ 44407 (ອີງຕາມຮູບແບບ ISO 8601) ເຊິ່ງແມ່ນຕົວເລກລຳດັບວັນທີ-ເວລາທີ່ກົງກັບວັນທີທີ່ລະບຸ.
=VALUE("09:20:25") ສົ່ງຄືນ 0.389178240740741 ເຊິ່ງແມ່ນຕົວເລກລຳດັບວັນທີ-ເວລາທີ່ກົງກັບຄ່າເວລາທີ່ລະບຸ.
ເບິ່ງໜ້າ wiki ຂອງ VALUE ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຟັງຊັນນີ້.