ການຊ່ວຍເຫຼືອ LibreOffice 26.2
ແປງຈຳນວນຖ້ວນບວກໄປເປັນຖານທີ່ກຳນົດໃຫ້ໃນຮູບແບບຂໍ້ຄວາມຈາກ ລະບົບຕົວເລກ. ໂດຍໃຊ້ຕົວເລກ 0-9 ແລະ ຕົວອັກສອນ A-Z.
BASE(Number; Radix [; MinimumLength])
Number ແມ່ນຈຳນວນຖ້ວນບວກທີ່ຕ້ອງການແປງ.
Radix ບອກເຖິງຖານຂອງລະບົບຕົວເລກ. ມັນສາມາດເປັນຈຳນວນຖ້ວນບວກໃດນຶ່ງລະຫວ່າງ 2 ຫາ 36.
MinimumLength (ທາງເລືອກ) ກຳນົດຄວາມຍາວຕ່ຳສຸດຂອງຂໍ້ຄວາມທີ່ຖືກສ້າງຂຶ້ນ. ຖ້າຂໍ້ຄວາມສັ້ນກວ່າຄວາມຍາວຕ່ຳສຸດທີ່ກຳນົດ, ຈະມີການຕື່ມເລກສູນໃສ່ທາງໜ້າ.
=BASE(17;10;4) ສົ່ງຄືນ 0017 ໃນລະບົບເລກຖານສິບ.
=BASE(17;2) ສົ່ງຄືນ 10001 ໃນລະບົບເລກຖານສອງ.
=BASE(255;16;4) ສົ່ງຄືນ 00FF ໃນລະບົບເລກຖານສິບຫົກ.