ຈັດການຂໍ້ມູນທີ່ຊ້ຳກັນ

ເລືອກ ຫຼື ລຶບແຖວ ຫຼື ຖັນທີ່ຊ້ຳກັນອອກຈາກການເລືອກ. ກ່ອງໂຕ້ຕອບຈັດການຂໍ້ມູນຊ້ຳມີຕົວເລືອກຕ່າງໆ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຂໍ້ມູນ - ຂໍ້ມູນທີ່ຊ້ຳກັນ....

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ຂໍ້ມູນ - ຂໍ້ມູນທີ່ຊ້ຳກັນ.


ປຽບທຽບ: ກຳນົດວ່າຈະປຽບທຽບແຖວ ຫຼື ຖັນ.

ສ່ວນຫົວ: ກຳນົດວ່າຂໍ້ມູນທີ່ເລືອກນັ້ນລວມມີສ່ວນຫົວຂອງຕາຕະລາງນຳຫຼືບໍ່. ຫາກໝາຍເລືອກ, ສ່ວນຫົວຕາຕະລາງ (ແຖວ ຫຼື ຖັນທຳອິດ) ຈະຖືກລະເວັ້ນ.

ປຽບທຽບໂດຍ: ກຳນົດວ່າຈະປຽບທຽບເຂດຂໍ້ມູນໃດ (ແລະ ອັນໃດຈະລະເວັ້ນ) ເມື່ອພິຈາລະນາວ່າຍັງມີສອງແຖວ ຫຼື ຖັນທີ່ຊ້ຳກັນຫຼືບໍ່.

ການດຳເນີນການ: ກຳນົດວ່າຈະເລືອກ ຫຼື ລຶບແຖວ ຫຼື ຖັນທີ່ຊ້ຳກັນ.

ໄອຄອນ ບັນທຶກ

ເມື່ອລຶບຂໍ້ມູນທີ່ຊ້ຳກັນອອກ, ແຖວ ຫຼື ຖັນທັງໝົດໃນຊ່ວງທີ່ມີຂໍ້ມູນຊ້ຳນັ້ນຈະຖືກລຶບອອກ. ການດຳເນີນການນີ້ຈະເຮັດໃຫ້ເຊວທີ່ຢູ່ອ້ອມຂ້າງມີການຍັບຍ້າຍເພື່ອມາແທນທີ່ບ່ອນວ່າງ. ຫາກມີການປຽບທຽບຕາມແຖວ, ເເຊວທີ່ຢູ່ລຸ່ມຂໍ້ມູນທີ່ຖືກລຶບຈະຍັບຂຶ້ນເທິງ. ໃນທາງກົງກັນຂ້າມ, ຫາກມີການປຽບທຽບຕາມຖັນ, ເຊວທີ່ຢູ່ເບື້ອງຂວາຂອງຂໍ້ມູນທີ່ຖືກລຶບຈະຍັບໄປທາງຊ້າຍ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!