ການຊ່ວຍເຫຼືອ LibreOffice 26.2
ເປີດກ່ອງໂຕ້ຕອບທີ່ທ່ານສາມາດແກ້ສະມະການດ້ວຍຕົວປ່ຽນ. ຫຼັງຈາກການຄົ້ນຫາສຳເລັດແລ້ວ, ກ່ອງໂຕ້ຕອບພ້ອມຜົນລັດຈະເປີດຂຶ້ນ, ເຊິ່ງຊ່ວຍໃຫ້ທ່ານສາມາດນຳໃຊ້ຜົນລັດ ແລະ ຄ່າເປົ້າໝາຍໃສ່ໃນເຊລໄດ້ໂດຍກົງ.
ໃນສ່ວນນີ້, ທ່ານສາມາດກຳນົດຕົວປ່ຽນຕ່າງໆໃນສູດຂອງທ່ານ.
ໃນເຊລສູດ, ໃຫ້ປ້ອນການອ້າງອີງຂອງເຊລທີ່ມີສູດ. ມັນຈະມີການອ້າງອີງເຊລປັດຈຸບັນຢູ່. ກົດທີ່ເຊລອື່ນໃນແຜ່ນງານເພື່ອເອົາການອ້າງອີງຂອງມັນມາໃສ່ໃນກ່ອງຂໍ້ຄວາມ.
ກຳນົດຄ່າທີ່ທ່ານຕ້ອງການໃຫ້ເປັນຜົນລັດໃໝ່.
ກຳນົດການອ້າງອີງສຳລັບເຊລທີ່ມີຄ່າທີ່ທ່ານຕ້ອງການປັບປ່ຽນ ເພື່ອໃຫ້ບັນລຸຄ່າເປົ້າໝາຍ.